VINASA ຈັດ​ຕັ້ງ​ການ​ຄັດ​ເລືອກ “ກຸ່ມ 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າ​ວ​ສານ ຫວຽດ​ນ​າມ”

(VOVWORLD) - ລາຍການຄັດເລືອກ “ກຸ່ມວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ” ປີ 2022 ໂດຍ ສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຮັບສຳເນົາເອກະສານກວດຜ່ານຢ່າງເປັນທາງການ ຮອດວັນທີ 20 ມິຖຸນາ. 
VINASA ຈັດ​ຕັ້ງ​ການ​ຄັດ​ເລືອກ “ກຸ່ມ 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າ​ວ​ສານ ຫວຽດ​ນ​າມ” - ảnh 1ຜູ້ຕາງໜ້າ VINASA ແນະນຳກ່ຽວກັບລາຍການລາຍການຄັດເລືອກ “ກຸ່ມວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ” ປີ 2022 (ພາບ: hanoimoi.com.vn)

ນອກຈາກບັນດາຂົງເຂດກວດຜ່ານສຳເນົາເອກະສານຄືທຸກປີແລ້ວ, ປີນີ້, ຄະນະຈັດຕັ້ງຍັງເພີ່ມລາຍການກວດຜ່ານ ກຸ່ມ 10 “ວິສາຫະກິດຄົ້ນຄວ້າ, ຜະລິດ ແລະ ຈຳໜ່າຍອຸປະກອນເຕັກໂນໂລຢີຂໍ້ມູນຂ່າວສານ”. ພິເສດ, ຄາດວ່າ ໃນປີນີ້, ມີວິສາຫະກິດເຕັກໂນໂລຢີໃຫຍ່ທີ່ມີລາຍຮັບຫຼາຍກວ່າ 1.000 ຕື້ດົ່ງ ຈະແມ່ນສະມາຊິກຂອງສະໂມສອນ “ວິສາຫະກິດພັນຕື້”. ທ່ານ ຫງວຽນວັນຄວາ, ປະທານສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີ ຫວຽດນາມ (VINASA) ໃຫ້ຮູ້ວ່າ:

      “ຂ້າພະເຈົ້າເຊື່ອໝັ້ນວ່າ ຈະສ້າງໄດ້ແຫຼ່ງກຳລັງໜູນທີ່ດີ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາຢ່າງກະໂດດຂັ້ນໃນວິວັດການຫັນເປັນດີຈີຕອນ. ພິເສດ, ວັນທີ 10 ເດືອນ ຕຸລາປີນີ້ແມ່ນວັນຫັນເປັນດີຈີຕອນແຫ່ງຊາດ ແລະ ພວກຂ້າພະເຈົ້າຈະຮ່ວມເດີນທາງພ້ອມກັບລັດຖະບານ ກັບວິສາຫະກິດ ແລະ ປະຊາຊົນ. ສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນກິດຈະການຫັນເປັນດີຈີຕອນຂອງປະເທດຊາດ.”

       


ຕອບກັບ

ຂ່າວ/ບົດ​ອື່ນ