Vinatex ສືບຕໍ່ສະໜອງຜ້າອັດປາກໃຫ້ແກ່ຕະຫຼາດນັບລ້ານອັນ/ວັນ

(VOVWORLD) -ໃນແຕ່ລະມື້, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ໄດ້ສະໜອງຜ້າອັດປາກໃຫ້ແກ່ຕະຫຼາດນັບລ້ານອັນ.
Vinatex ສືບຕໍ່ສະໜອງຜ້າອັດປາກໃຫ້ແກ່ຕະຫຼາດນັບລ້ານອັນ/ວັນ - ảnh 1(ພາບປະກອບ: tapchicongthuong.vn)

ດ້ວຍຄວາມຮີບເຮັ່ງ ແລະ ຕໍ່ເນື່ອງ, ຈຳນວນຜ້າອັດປາກເຊິ່ງ Vinatex ແລະ ບັນດາຫົວໜ່ວຍສະມາຊິກສົ່ງເຂົ້າຕະຫຼາດຈະນັບມື້ນັບເພີ່ມຂຶ້ນ. ໃນອາທິດຈະມາເຖິງ, ປະລິມານຜ້າອັດປາກຈະໄດ້ຜະລິດເພີ່ມຂຶ້ນ ຍ້ອນມີການເຂົ້າຮ່ວມ ແລະ ເພີ່ມກຳລັງການຜະລິດຂອງບັນດາບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບ. ຄາດວ່າ, ຮອດທ້າຍເດືອນ ກຸມພາ, ກຸ່ມບໍລິສັດຈະສະໜອງຈຳນວນຜ້າອັດປາກທີ່ນຳໃຊ້ແພກັນເຊື້ອພະຍາດແຕ່ 5 ລ້ານຫາ 6 ລ້ານອັນເຂົ້າຕະຫຼາດ, ກໍຄືສະໜອງຜ້າແພ 10 ໂຕນຕໍ່ວັນໃຫ້ແກ່ບັນດາຫົວໜ່ວຍຜະລິດຜ້າອັດປາກດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ