VinFast - ຄວາມສຸພາບຮຽບຮ້ອຍມາຈາກຫວຽດນາມ

(VOVWORLD) -ການອອກແບບໃໝ່ອ່ຽມ, ສ້າງຄວາມປະທັບໃຈ, ທັນສະໄໝ. ນັ້ນແມ່ນບັນດາຂໍ້ສັງເກດລວມຂອງບັນດາຜູ້ຊົມທຳອິດ ແລະ ກໍ່ແມ່ນບັນດານັກຊ່ຽວຊານໃນຂົງເຂດລົດໂອໂຕ ຕໍ່ລົດໂອໂຕ 2 ແບບຄື ລຸ່ນ Sedan ແລະ ລຸ່ນ SUV ຂອງ VinFast, ເປັນຄັ້ງທຳອິດທີ່ໄດ້ເປີດຕົວຕໍ່ມວນຊົນໃນຂອບເຂດງານວາງສະແດງລົດໂອໂຕສາກົນປາຣີ 2018.

VinFast - ຄວາມສຸພາບຮຽບຮ້ອຍມາຈາກຫວຽດນາມ - ảnh 1 ລົດໂອໂຕ 2 ລຸ່ນທຳອິດຂອງ VinFast ມາຈາກຫວຽດນາມ

(ພາບ: BBC)

ທີ່ງານວາງສະແດງລົດໂອໂຕຄັ້ງທີ 120 ຢູ່ປາຣີ, ເປີດປະຕູແຕ່ວັນທີ 04 – 10 ຕຸລາ, ຍາກທີ່ຈະມີລົດໂອໂຕຍີ່ຫໍ້ໃໝ່. ສະນັ້ນ, ລົດໂອໂຕ 2 ລຸ່ນທຳອິດຂອງ VinFast ມາຈາກຫວຽດນາມ,ໂດດເດັ່ນດ້ວຍຄວາມງົດງາມ, ເຮັດໃຫ້ຜູ້ຊົມຢາກຊອກຮູ້ ແລະ ສ້າງຄວາມແປກປະຫຼາດຢ່າງໃຫຍ່ນັບທັງບັນດານັກຜະລິດລາຍໃຫຍ່.

        ທ່ານນາງ ເລທິທູຖຸຍ, ຮອງປະທານກຸ່ມບໍລິສັດ Vingroup ຢືນຢັນວ່າ: “ນັບແຕ່ເວລານີ້ໄປ, ຫວຽດນາມ ໄດ້ມີຊື່ໃນແຜນທີ່ອຸດສາຫະກຳລົດໂອໂຕໃນໂລກຢ່າງເປັນທາງການ”. ທ່ານນາງມີຄວາມເຊື່ອໝັ້ນຕໍ່ກຳລັງຄວາມສາມາດໃນການຜະລິດ, ຄາດວ່າໂຮງງານ VinFast ຈະຜະລິດລົດໂອໂຕ 250.000 ຄັນ/ປີ. ທ່ານນາງ ເລທິທູຖຸຍ ກໍ່ເນັ້ນໜັກວ່າ, VinFast ປາດຖະໜາຢາກສະໜອງໃຫ້ຜູ້ບໍລິໂພກລົດໂອໂອທີ່ທັນສະໄໝ ແລະ ດ້ວຍລາຄາເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ