VinFast ນຳສະເໜີລົດໂອໂຕໄຟຟ້າພວງມະໄລຂວາຢູ່ງານວາງສະແດງລົດໂອຕາສາກົນ ອິນໂດເນເຊຍ

(VOVWORLD) - ທີ່ງານວາງສະແດງນີ້, ເປັນຄັ້ງທຳອິດທີ່ VinFast ສະເໜີລົດໂອໂຕໄຟຟ້າພວງມະໄລຂວາອອກສູ່ຕະຫຼາດ
VinFast ນຳສະເໜີລົດໂອໂຕໄຟຟ້າພວງມະໄລຂວາຢູ່ງານວາງສະແດງລົດໂອຕາສາກົນ ອິນໂດເນເຊຍ - ảnh 1(ທີ່ງານວາງສະແດງລົດໂອໂຕສາກົນ ອິນໂດເນເຊຍ)

        ວັນທີ 15 ກຸມພາ, ງານວາງສະແດງລົດໂອໂຕສາກົນ ອິນໂດເນເຊຍ (IIMS) 2024 ໄດ້ໄຂຂຶ້ນຢູ່ສູນງານວາງສະແດງສາກົນ ຈາກາຕາ.

        ທີ່ງານວາງສະແດງນີ້, ເປັນຄັ້ງທຳອິດທີ່ VinFast ສະເໜີລົດໂອໂຕໄຟຟ້າພວງມະໄລຂວາອອກສູ່ຕະຫຼາດ, ຢືນຢັນຄວາມສາມາດຄົ້ນຄວ້າ ແລະ ຄວາມຕັດສິນໃຈພັດທະນາລົດໄຟຟ້າ ເພື່ອນຳການຄົມມະນາຄົມສີຂຽວມາໃຫ້ທຸກຄົນ. ເລື່ອງເປີດຕົວຢູ່ຕະຫຼາດ ອິນໂດເນເຊຍ ໄດ້ສ້າງຂີດໝາຍບາດກ້າວຕໍ່ໄປໃນແຜນການເປີດກວ້າງສູ່ທົ່ວໂລກຂອງ VinFast. ຕາມຍຸດທະສາດພັດທະນາໃນໄລຍະຍາວຢູ່ ອິນໂດເນເຊຍ, VinFast ຈະກໍ່ສ້າງຮາກຖານການຜະລິດລົດໄຟຟ້າມີສະມັດຕະພາບຂຶ້ນເຖິງ 50.000 ຄັນ/ປີ. ທ່ານ ເຈິ່ນກວກຮຸຍ, ຜູ້ອຳນວຍການໃຫຍ່ VinFast ອິນໂດເນເຊຍ, ຕີລາຄາວ່າ:

        “ທີໜຶ່ງ, ນີ້ແມ່ນຕະຫຼາດມີປະຊາກອນເຖິງ 250 ລ້ານຄົນ. ທີສອງ, ຈຳນວນລົດທັງໝົດຂ່າຍຢູ່ ອິນໂດເນເຊຍ ຍາມໃດກໍ່ປະມານ 1 ລ້ານຄັນ. ນອກນັ້ນ, ລັດຖະບານ ອິນໂດເນເຊຍ ກໍ່ພວມມີບັນດານະໂຍບາຍສະໜັບສະໜູນໃຫ້ບັນດາຜະລິດຕະພັນລົດໄຟຟ້ານັບແຕ່ຮັບຮອງເອົານະໂຍບາຍພາສີນຳເຂົ້າ ກໍຄືນະໂຍບາຍຄົມມະຄົມໜູນຊ່ວຍທີ່ຕັ້ງໜ້າໃຫ້ແກ່ລະບົບຊີວະພາບລົດໄຟຟ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ