VinFuture - ກຳນົດ ຫວຽດນາມ ແມ່ນຈຸດນັດພົບໃໝ່ຂອງວິທະຍາສາດເຕັກໂນໂລຊີໂລກ

(VOVWORLD) -ລາງວັນວິທະຍາສາດ, ເຕັກໂນໂລຊີປະຈຳປີ VinFuture ທົ່ວໂລກແມ່ນໜຶ່ງໃນບັນດາລາງວັນວິທະຍາສາດ, ເຕັກໂນໂລຊີທີ່ມີຄ່າສູງໃນໂລກ
VinFuture - ກຳນົດ ຫວຽດນາມ ແມ່ນຈຸດນັດພົບໃໝ່ຂອງວິທະຍາສາດເຕັກໂນໂລຊີໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

ຕອນຄ່ຳວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີທົ່ວໂລກ Vinfuture (VinFuture Prize) ຄັ້ງທີ 1. ລາງວັນວິທະຍາສາດ, ເຕັກໂນໂລຊີປະຈຳປີ VinFuture ທົ່ວໂລກແມ່ນໜຶ່ງໃນບັນດາລາງວັນວິທະຍາສາດ, ເຕັກໂນໂລຊີທີ່ມີຄ່າສູງໃນໂລກ, ເຊິ່ງໄດ້ມອບໂດຍກອງທຶນ VinFuture ທີ່ໄດ້ເປີດຕົວໃນເດືອນ ທັນວາ 2020.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ລາງວັນ VinFuture ໄດ້ເຊີດຊູບັນດາຄຸນຄ່າວິທະຍາສາດທີ່ໄດ້ປະກອບສ່ວນໃຫ້ມວນມະນຸດ, ເຊີດຊູບັນດານັກວິທະຍາສາດ ທີ່ໄດ້ຄົ້ນຄວ້າ, ອຸທິດສ່ວນໃຫ້ແກ່ມວນມະນຸດນັບທັງເວັນ ແລະ ຄືນ:

        “ຢູ່ ຫວຽດນາມ, ການພັດທະນາວິທະຍາສາດເຕັກໂນໂລຊີໄດ້ກຳນົດວ່າແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນບາດກ້າວບຸກທະລຸຍຸດທະສາດ ເພື່ອພັດທະນາເສດຖະກິດ - ສັງຄົມ. ການພັດທະນາໄວ ແລະ ຍືນຍົງຕົ້ນຕໍແມ່ນອີງໃສ່ວິທະຍາສາດ ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. ເລື່ອງຊຸກຍູ້ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ ຍັງແມ່ນແຜນນະໂຍບາຍໃຫຍ່ ເພື່ອສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ມີຕໍ່ປະຊາຄົມສາກົນ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງຄືໃນປະຈຸບັນ”.

        ໂດຍຕາງໜ້າໃຫ້ຄະນະຈັດຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມອບລາງວັນ (VinFuture Prize) ໃຫ້ນັກວິທະຍາສາດ 3 ທ່ານແມ່ນ: Katalin Kariko, Drew Weissman (ອາເມລິກາ) ແລະ Pieter Cullis (ການາດາ) ດ້ວຍຜົນງານດ້ານເຕັກໂນໂລຊີ mRNA, ເປີດທາງໃຫ້ແກ່ການຜະລິດວັກຊິນສະກັດກັ້ນໂລກລະບາດໂຄວິດ-19 ຊະນິດຕ່າງໆຢ່າງມີປະສິດທິຜົນ.

        ເຫດການມອບລາງວັນ VinFuture ໄດ້ປະກອບສ່ວນກຳນົດ ຫວຽດນາມ ແມ່ນຈຸດນັດພົບໃໝ່ຂອງວິທະຍາສາດເຕັກໂນໂລຊີໂລກ, ພ້ອມທັງສ້າງກາລະໂອກາດເຊື່ອມຕໍ່, ສ້າງການພົວພັນຮ່ວມມືໂດຍກົງ, ຫຼາຍດ້ານລະຫວ່າງນັກວິທະຍາສາດສາກົນ ແລະ  ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ