VinFuture ເຊີດ​ຊູ​ວິ​ທະ​ຍາ​ສາດ, ມຸ່ງ​ໄປ​ເຖິງ​ມະ​ນຸດ

(VOVWORLD) -  ການແຂ່ງຂັນຊີງລາງວັນ VinFuture ມີການເຂົ້າຮ່ວມຂອງນັກວິທະຍາສາດ ມາຈາກ 60 ປະເທດ ຢູ່ 6 ທະວີບ, ໃນນັ້ນນັກວິທະຍາສາດ ຫວຽດນາມ ໄດ້ສົ່ງເຂົ້າແຂ່ງຂັນ 17 ໂຄງການ. ບັນດາໂຄງການເຫຼົ່ານີ້ ໄດ້ຮັບການຕີລາຄາຈາກສະພາໃຫ້ລາງວັນວ່າ ມີຄຸນນະພາບສູງ, ມີລັກສະນະວິທະຍາສາດທີ່ໂດດເດັ່ນ, ນຳໜ້າກ່ຽວກັບເຕັກໂນໂລຢີ ແລະ ໝັ້ນໝາຍວ່າຈະນຳມາເຊິ່ງຜົນກະທົບທີ່ຕັ້ງໜ້າໃຫ້ແກ່ປະຊາຊົນນັບລ້ານຄົນ, ຍິ່ງໄປກວ່ານັ້ນແມ່ນນັບຕື້ຄົນໃນໂລກ. 
VinFuture ເຊີດ​ຊູ​ວິ​ທະ​ຍາ​ສາດ, ມຸ່ງ​ໄປ​ເຖິງ​ມະ​ນຸດ - ảnh 1ລາຍການໂອ້ລົມສົນທະນາກັບສະພາໃຫ້ລາງວັນ (ພາບ: VOV)

   ພິທີມອບລາງວັນ VinFuture ຄັ້ງທຳອິດ ຈະຖືກດຳເນີນໃນຕອນຄ່ຳວັນທີ 20 ມັງກອນ ດ້ວຍລາງວັນມີມູນຄ່າເຖິງ 3 ລ້ານ USD. ລາງວັນ VinFuture ໂດຍກຸ່ມບໍລິສັດ Vingroup ຈັດຕັ້ງ ເພື່ອແນໃສ່ເຊີດຊູບັນດາກິດຈະກຳວິທະຍາສາດດີເດັ່ນ ມີລັກສະນະໝູນໃຊ້ໄດ້ສູງ, ອາດຈະເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າແກ່ການດຳລົງຊີວິດຂອງປະຊາຊົນນັບລ້ານຄົນໃນໂລກ. ບັນດານັກວິທະຍາສາດຍິງກໍມີການປະກອບສ່ວນທີ່ເປັນໜ້າປະທັບໃຈ ເຊິ່ງກວມເອົາ 34,3% ຈຳນວນຜູ້ເຂົ້າຮ່ວມແຂ່ງຂັນຊີງລາງວັນໃນຄັ້ງນີ້.

        ການແຂ່ງຂັນຊີງລາງວັນ VinFuture ມີການເຂົ້າຮ່ວມຂອງນັກວິທະຍາສາດ ມາຈາກ 60 ປະເທດ ຢູ່ 6 ທະວີບ, ໃນນັ້ນນັກວິທະຍາສາດ ຫວຽດນາມ ໄດ້ສົ່ງເຂົ້າແຂ່ງຂັນ 17 ໂຄງການ. ບັນດາໂຄງການເຫຼົ່ານີ້ ໄດ້ຮັບການຕີລາຄາຈາກສະພາໃຫ້ລາງວັນວ່າ ມີຄຸນນະພາບສູງ, ມີລັກສະນະວິທະຍາສາດທີ່ໂດດເດັ່ນ, ນຳໜ້າກ່ຽວກັບເຕັກໂນໂລຢີ ແລະ ໝັ້ນໝາຍວ່າຈະນຳມາເຊິ່ງຜົນກະທົບທີ່ຕັ້ງໜ້າໃຫ້ແກ່ປະຊາຊົນນັບລ້ານຄົນ, ຍິ່ງໄປກວ່ານັ້ນແມ່ນນັບຕື້ຄົນໃນໂລກ ໃນບັນດາຂົງເຂດເຕັກໂນໂລຢີຊີການແພດຊີວະ ເພື່ອຮັບມືກັບໂລກລະບາດໂຄວິດ - 19; ສະກັດກັ້ນການແຜ່ລາມຂອງພະຍາດຕິດຕໍ່; ປະດິດຄິດສ້າງວັດສະດຸປະເພດໃໝ່; ເຕັກໂນໂລຢີກ້າວໜ້າເພື່ອສ້າງແຫຼ່ງນ້ຳສະອາດແກ່ປະເທດທຸກຍາກ, ກະສິກຳແບບຍືນຍົງ, ໝູນໃຊ້ພູມປັນຍາທຽມເຂົ້າໃນການບົ່ງມະຕິ ແລະ ປິ່ນປົວພະຍາດທີ່ອັນຕະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ