VOV ຈັດ​ຕັ້ງ​ການ​ພົບ​ປະ​ກ​ັບ​ພະ​ນັກ​ງານ, ພາ​ລະ​ກອນ ​ລຸ້ນຕ່າງ​

(VOVWORLD) -ທີ່ການພົບປະ, ບັນດາຜູ້ແທນໄດ້ຫວນຄືນໄລຍະທາງປະຫວັດສາດ 75 ປີທີ່ຜ່ານມາ, ເຊິ່ງແມ່ນເສັ້ນທາງທີ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນຢ່າງສົມກຽດເຂົ້າການສ້າງບັນດາໜ້າປະຫວັດສາດທີ່ອົງກາດກ້າຫານຂອງປະເທດຊາດ. 
VOV ຈັດ​ຕັ້ງ​ການ​ພົບ​ປະ​ກ​ັບ​ພະ​ນັກ​ງານ, ພາ​ລະ​ກອນ ​ລຸ້ນຕ່າງ​ - ảnh 1ລາຍການພົບປະກັບພະນັກງານ, ພາລະກອນ ລຸ້ນຕ່າງ ຂອງ VOV

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (ວັນທີ 7 ກັນຍາ 1945 – 7 ກັນຍາ 2020) ຕອນເຊົ້າວັນທີ 7 ກັນຍາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58, ຖະໜົນ ກ໊ວານສື໊, ຮ່າໂນ້ຍ ໄດ້ຈັດການພົບປະກັບພະນັກງານ, ພາລະກອນລຸ້ນຕ່າງນ . ເຂົ້າຮ່ວມລາຍການມີທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ບັນດາ ອະດີດຜູ້ອຳນວຍການໃຫຍ່, ຮອງຜູ້ອຳນວຍການໃຫຍ່, ອະດີດຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ.

        ທີ່ການພົບປະ, ບັນດາຜູ້ແທນໄດ້ຫວນຄືນໄລຍະທາງປະຫວັດສາດ 75 ປີທີ່ຜ່ານມາ, ເຊິ່ງແມ່ນເສັ້ນທາງທີ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນຢ່າງສົມກຽດເຂົ້າການສ້າງບັນດາໜ້າປະຫວັດສາດທີ່ອົງກາດກ້າຫານຂອງປະເທດຊາດ. ຜ່ານ 75 ປີແຫ່ງການສ້າງສາ, ຕໍ່ສູ້, ຫຼໍ່ຫຼອມ ແລະ ເຕີບໃຫຍ່ ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ