VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ +3

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດຕັ້ງງານປະກວດສຽງເພງ ອາຊຽນ +3 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 72 ປີ. 
VOV ຈັດຕັ້ງງານປະກວດສຽງເພງ ອາຊຽນ +3 - ảnh 1 ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ທີ່ການປະຊຸມຂ່າວ

ແຈ້ງຂ່າວກ່ຽວກັບເຫດການດັ່ງກ່າວ, ຕອນບ່າຍວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ງານປະກວດສຽງເພງ ອາຊຽນ +3 ແມ່ນໂອກາດເພື່ອໃຫ້ບັນດານັກຮ້ອງໜຸ່ມ ແລະ ມະຫາຊົນບັນດາປະເທດ ອາຊຽນ ກໍ່ຄື 3 ປະເທດ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ ມີໂອກາດ ໄດ້ພົບປະແລກປ່ຽນ, ແລກປ່ຽນວັດທະນະທຳ. ຈະດຳເນີນໃນລະຫວ່າງວັນທີ 17 -21 ສິງຫາ, ຢູ່ເຂດຕາກອາກາດ FLC ເຊີ່ມເຊີນ, ແຂວງ ແທງຮ໋ວາ, ງານປະກວດ ຈະມີນັກຮ້ອງ 24 ຄົນທີ່ມາຈາກ 11 ປະເທດເຂົ້າຮ່ວມການແຂ່ງຂັນ ແລະ ເຂົ້າຮ່ວມດ້ວຍຖານະເປັນແຂກຖືກເຊີນ. ຮອບຊິງຊະນະເລີດຈະໄດ້ດຳເນີນໃນແຕ່ວັນທີ 18 – 20 ສິງຫາ. ຄາດວ່າ, ຄະນະຈັດຕັ້ງຈະມອບໜຶ່ງລາງວັນທີ 1, 2 ລາງວັນທີ 2, ໜຶ່ງລາງວັນທີ 3 ແລະ 1 ລາງວັນຊົມເຊີຍ.

ຕອບກັບ

ຂ່າວ/ບົດ​ອື່ນ