VOV ຊຸກຍູ້ບົດບາດຂອງສື່ມວນຊົນ ຮ່ວມເດີນທາງພ້ອມກັບ ສ.ປ.ຊ

(VOVWORLD) -ຕອນບ່າຍວັນທີ 27 ຕຸລາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການພົບປະເຮັດວຽກລະຫວ່າງການນຳ ວິທະຍຸກະຈາຍສຽງຫວຽດນາມ ກັບການນຳຜູ້ຕາງໜ້າຂອງ 15 ອົງການ ສະຫະປະຊາຊາດຢູ່ຫວຽດນາມ. 
VOV ຊຸກຍູ້ບົດບາດຂອງສື່ມວນຊົນ ຮ່ວມເດີນທາງພ້ອມກັບ ສ.ປ.ຊ  - ảnh 1 ທ່ານ ຫງວຽນເທກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ (24 ຕຸລາ) ແລະ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ VOV (7/9). ຕອນບ່າຍວັນທີ 27 ຕຸລາ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການພົບປະເຮັດວຽກລະຫວ່າງການນຳ ວິທະຍຸກະຈາຍສຽງຫວຽດນາມ ກັບການນຳຜູ້ຕາງໜ້າຂອງ 15 ອົງການ ສະຫະປະຊາຊາດຢູ່ຫວຽດນາມ. ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານ ຫງວຽນເທກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ເນັ້ນໜັກວ່າ :

   “ໃນຖານະແມ່ນອົງການສື່ມວນຊົນແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມຍາມໃດກໍພ້ອມແລ້ວທີ່ຈະເຂົ້າຮ່ວມການເຄື່ອນໄຫວໂຄສະນາໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມກັບ ສະຫະປະຊາຊາດ, ກັບບັນດາອົງການພາຄີ ການພົວພັນລະຫວ່າງຫວຽດນາມກັບບັນດາປະເທດ ແລະ ເຂດແຄ້ວນໃນໂລກ. ພິເສດ ພວກຂ້າພະເຈົ້າມີຄວາມຍິນດີກັບບັນດາເປົ້າໝາຍພັດທະນາຂອງ ສະຫະປະຊາຊາດ, ໂຄງການ ສະຫະປະຊາຊາດດຽວພວມໄດ້ຮັບການຈັດຕັ້ງຢ່າງສຳເລັດຜົນຢູ່ຫວຽດນາມ ”

     ສ່ວນທ່ານ   Kamal Malhotra ຜູ້ປະສານງານຂອງ ສະຫະປະຊາຊາດປະຈຳຫວຽດນາມໄດ້ຢືນຢັນວ່າ :

   “   ຫຼັກການພື້ນຖານຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ ແມ່ນບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ໃນຂະນະທີ່ພວກເຮົາພວມ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສະຫະປະຊາຊາດ, ພວກຂ້າພະເຈົ້າ ເນື່ອງໃນໂອກາດນີ້ ໄດ້ຊອກຮູ້ ແລະ ຮຽນຮູ້ຕື່ມຈາກທຸກໆຄົນທີ່ມາຈາກທຸກໆແຫ່ງໃນທົ່ວປະເທດຫວຽດນາມ ເພື່ອເຂົ້າໃຈຄວາມຮຽກຮ້ອງຕ້ອງການ, ຄວາມຄາດຫວັງຂອງຊາວຫວຽດນາມ ເພື່ອອາດຈະຊ່ວຍໜູນເປັນຢ່າງດີ. ຂ້າພະເຈົ້າຫວັງວ່າ ການຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຫະປະຊາຊາດ ຈະໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນກ່ວາເກົ່າ”

ຕອບກັບ

ຂ່າວ/ບົດ​ອື່ນ