VOV ຍາດໄດ້ 3 ລາງວັນ ABU

(VOVWORLD) -ວິທະຍຸກະຈາຍສຽງ ຫວຽດນາມ ສ້າງຂີດໝາຍພົ້ນເດັ່ນຢູ່ການແຂ່ງຂັນ ABU ປີນີ້ເມືຶ່ອໄດ້ຜ່ານ 260 ກວ່າວິທະຍຸ, ໂທລະພາບບັນດາປະເທດ, ຍາດໄດ້ 3 ລາງວັນ
VOV ຍາດໄດ້ 3 ລາງວັນ ABU - ảnh 1(ຄັ້ງທຳອິດ VOV ທີ່ຍາດໄດ້ 2 ລາງວັນດີເດັ່ນໃນບົດສາລະຄະດີສະຖານະການປະເພດວິທະຍຸກສື່ສານດີຈີຕອນ)

        ວັນທີ 29 ພະຈິກ, ຢູ່ນະຄອນຫຼວງ ນິວເດລີ, ອິນເດຍ ຈະໄຂພິທີມອບລາງວັນວິທະຍຸ - ໂທລະພາບສາກົນ (ABU) 2022.

       ວິທະຍຸກະຈາຍສຽງ ຫວຽດນາມ ສ້າງຂີດໝາຍພົ້ນເດັ່ນຢູ່ການແຂ່ງຂັນ ABU ປີນີ້ເມືຶ່ອໄດ້ຜ່ານ 260 ກວ່າວິທະຍຸ, ໂທລະພາບບັນດາປະເທດ, ຍາດໄດ້ 3 ລາງວັນ, ໃນນັ້ນ, ແມ່ນຄັ້ງທຳອິດທີ່ຍາດໄດ້ 2 ລາງວັນດີເດັ່ນໃນບົດສາລະຄະດີສະຖານະການປະເພດວິທະຍຸກສື່ສານດີຈີຕອນ. ທ່ານ ຟ້າມແມ້ງຮຸງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະຫະພັນນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນ 3 ປີຢ່າງລຽນຕິດ, ບັນດານັກຂ່າວ, ນັກບັນນາທິການຂອງວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ຍາດໄດ້ບັນດາລາງວັນໃຫຍ່ຂອງລາງວັນ ABU, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈໃນສາຍອາຊີບ, ລັກສະນະວິຊາສະເພາະ ຂອງວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ທີ່ບັນລຸລະດັບພາກພື້ນ ແລະ ໂລກ. ສະແດງໃຫ້ເຫັນເຖິງການບໍາລຸງສ້າງ, ລົງທຶນຖືກທິດຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ແກ່ວຽກງານຝຶກຝົນຫຼໍ່ຫຼອມ ບັນດາທັກສະໃຫ້ແກ່ນັກຂ່າວ, ນັກບັນນາທິການ ເພື່ອຮັບໃຊ້ມະຫາຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ