VOV ຕ້ອງເຮັດໃຫ້ ຊ່ອງໂທລະພາບ ສະພາແຫ່ງຊາດ ກາຍເປັນອົງການກະບອກສຽງທາງການ ຂອງສະພາແຫ່ງຊາດຫວຽດນາມ

VOV ຕ້ອງເຮັດໃຫ້ ຊ່ອງໂທລະພາບ ສະພາແຫ່ງຊາດ ກາຍເປັນອົງການກະບອກສຽງທາງການ ຂອງສະພາແຫ່ງຊາດຫວຽດນາມ  - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ
ແລະ ຜູ້ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ)

(vovworld) - ​ ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV)  ຕ້ອງ​​ເຮັດ​ໃຫ້ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ​ກາຍ​ເປັນ​ອົງການກະບອກ​ສຽງ​ທາງ​ການຂອງ​ສະພາ​ແຫ່ງ​ຊາດຫວຽດນາມ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ, ທີ່​ການ​ເຮັດ​ວຽກ, ອວຍພອນ​ປີ​ໃໝ່ ພະນັກງານ, ພາລະກອນ​ VOV ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເມຍ 2014, ​ເຊິ່ງດຳ​ເນີນ​​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 08/02, ຢູ່​ສູນ​ກະຈາຍສຽງ​​ແຫ່ງ​ຊາດ 58 ຖະໜົນກ໋ວານ​ຊື໋, ຮ່າ​ໂນ້ຍ.

        ​​ເມື່ອເນັ້ນ​ໜັກ​ເຖິງ​ບາງ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ປີ 2014, ຜູ້ອຳ​ນວຍ​ການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ຊີ້​ແຈ້ງວ່າ, VOV ສືບຕໍ່​ໂຄສະ​ນາ​ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ ​ແລະ ລັດ​ເຖິງ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສ່ອງ​ແສງ​ບັນດາ​ຄຳ​ເຫັນ​ຂອງ​ປະຊາຊົນ. ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ສະພາ​ແຫ່ງ​ຊາດ VOV ພວມ​ຕັ້ງໜ້າ​ກະກຽ​ມອອກ​ອາກາດ​ຊ່ອງ​ໂທລະພາບ​ສະພາແຫ່ງ​ຊາດ.

        “ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດມີ 3​ເນື້ອ​ໃນ​ສຳຄັນ, ທີ່ 1 ​ແມ່ນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ເຕັກ​ນິກ ​ແລະ ບັນດາ​ເຄື່ອງ​ອຸປະ​ກອນ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຕອບ​ສະໜອງ​ທຸກ​ຄວາ​ມຕ້ອງການກ່ຽວ​ກັບ​ສາຍ​ສົ່ງ​ສັນຍານ ກໍ່​ຄື​ເຊື່ອມ​ຕໍ່​ສາຍ​ສົ່ງ​ສັນຍານເຖິງ​ວິທະຍຸ​ທ້ອງ​ຖິ່ນ ​ແລະ ວິທະຍຸ​ສູນ​ກາງ. ໜ້າ​ທີ​່ທີ 2 ​ແມ່ນ ພວກ​ຂ້າພະ​ເຈົ້າ​ສ້າງ​ກົງ​ຈັກ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ. ໜ້າ​ທີ່​ທີ 3 ​ມີ​ຄວາມ​ສຳ​ຄັນ​ຍິ່ງນັ້ນ​ແມ່ນ​ ສ້າງ​ລາຍການ​​ໃຫ້ມີ​ເນື້ອ​ໃນ​​ອຸດົມສົມ​ບຸນ, ມີ​ຊີວິດ​ຊີວາ, ​ແທດ​ຈິງ, ຕອບ​ສະໜອງ​ຖືກ​ຕາມ​ໜ້າ​ທີ່​ຂ​ອງສະພາ​ແຫ່ງ​ຊາດ”.

        ຍ້ອງຍໍ​ບັນດາ​ຜົນງານ​ເຊິ່ງ VOV ບັນລຸ​ໄດ້​ໃນ​ປີຜ່ານມາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ.

        “​ໃນ​ໄລ​ຍະ​ຈະ​ມາ​ເຖິງ, VOV ສືບ​ຕໍ່​ເສີມ​ຂະຫຍາຍ​ວຽກ​ງານ​ບຳລຸງ​ສ້າງ​​ພະນັກງານ​ນັກ​ຂ່າວ, ບັນນາທິການ​ຕາມ​ທິດ​ຕັ້ງ​ໜ້າຮອບດ້ານ. ສ້າງ​ເງື່ອນ​ໄຂ ​ແລະ ສະພາບ​ແວດ​ລ້ອມສະດວກ​ເພື່ອ​ຂຸດ​ຄົ້ນ, ເສີມ​ຂະຫຍາຍ​ປະສົບ​ການຂອງ​ບັນດາ​ພະນັກງານ​ອາວຸ​ໄສດ້ວຍ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ​ສະດຸ​ງໄວ້​ ໃນ​ການຮັບ​​ເອົາ​ອັນ​ໃໝ່​ຂອງ​ພະນັກງານ​ລຸ່ນໜຸ່ມ​ໃນ​ປະຈຸ​ບັນ. ​ເອົາ​ໃຈ​ໃສ່​ເຖິງການ​ໂຄສະນາ​ສຳລັບ​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ ​ແລະ ພິ​ເສດ​ແມ່ນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ”.

ຂ່າວ/ບົດ​ອື່ນ