VOV ປຸກ​ລະ​ດົມ ການ​ແຂ່ງ​ຂັນ “ນຳ​ມະ​ຕິ​ຂອງ​ພັກ​ເຂົ້າສູ່​ຊີ​ວິດ​ຕົວ​ຈິງ”

(VOVWORLD) -ຕອນເຊົ້າວັນທີ 2 ມີນາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ປຸກລະດົມ 2 ການແຂ່ງຂັນເຮັດລາຍການກະຈາຍຈຽງນັ້ນແມ່ນ ລາຍການກະຈາຍສຽງ “ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ” ແລະ ການປະກວດປາລະໄນ “ພັກໃນຊີວິດຂອງຂ້ອຍ”. 
VOV ປຸກ​ລະ​ດົມ ການ​ແຂ່ງ​ຂັນ “ນຳ​ມະ​ຕິ​ຂອງ​ພັກ​ເຂົ້າສູ່​ຊີ​ວິດ​ຕົວ​ຈິງ” - ảnh 1 ທ່ານ ໂງມິງຫ໋ຽນ ຮອງຜູ້ອຳນວຍການໃຫຍ່ VOV 

ສອງການແຂ່ງຂັນ ແນໃສ່ຍູ້ແຮງການໂຄສະນາບັນດາເນື້ອໃນພື້ນຖານຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄປຍັງປະຊາຊົນທຸກຊັ້ນວັນນະ, ປະກອບສ່ວນເຂົ້າໃນການນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ພ້ອມທັງຜ່ານການແຂ່ງຂັນດັ່ງກ່າວ ຈະຄົ້ນພົບ, ເຊີດຊູບັນດາວິທີການທີ່ດີ, ບັນດາຮູບແບບທີ່ດີເດັ່ນໃນການຈັດຕັ້ງຜັນຂະຫຍາຍປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ 13 ຂອງພັກ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ໂງມິງຫ໋ຽນ ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ການປຸກລະດົມສອງການແຂ່ງຂັນແມ່ນເພື່ອໃຫ້ບັນດານັກຂ່າວ, ບັນນາທິການຂອງ VOV ແລະ ບັນດາເພື່ອນຮ່ວມອາຊີບໃນທົ່ວປະເທດສະແດງໄດ້ວິໄສທັດໃໝ່ ຢ່າງເລິກເຊິ່ງ ແລະ ຖືກຕ້ອງໃນບັນດາຜົນງານ ເພື່ອນຳເນື້ອໃນມະຕິຂອງພັກເຜີຍແຜ່ໃຫ້ປະຊາຊົນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ