VOV ປຸກລະດົມການເສັງຂຽນກ່ຽວກັບການຢ້ຽມຢາມປະຫວັດສາດຂອງປະທານໂຮ່ຈີມິນແລະປະທານາທິບໍດີອິນໂດເນເຊຍ Sukarno

(VOVWORLD) -ການເສັງຂຽນ: “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ມາຫວຽດນາມ”. ການເສັງໄດ້ເລີ່ມແຕ່ວັນທີ 15 ຕຸລາ 2019 ຮອດວັນທີ 15 ທັນວາ 2019.

ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງການພົວພັນຮ່ວມມືມາເປັນເວລາ 60 ກວ່າປີ ແລະ ເກືອບ 10 ປີທີ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, 2 ປະເທດຍາມໃດກໍ່ຮັກສາການພົວພັນຮ່ວມມືອັນດີງາມໃນຫຼາຍຂົງເຂດ. ປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ແມ່ນຜູ້ນຳ 2 ທ່ານໄດ້ສ້າງພື້ນຖານໃຫ້ແກ່ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ. ວັນທີ 27 ກຸມພາ 1959, ປະທານໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອິນໂດເນເຊຍ ເປັນຄັ້ງທຳອິດໃນຮອບເວລາ 10 ວັນ, ຫຼັງຈາກນັ້ນ 3 ເດືອນທ່ານປະທານາທິບໍດີອິນໂດເນຍເຊຍ Sukarno ກໍ່ໄດ້ມາຢ້ຽມຢາມຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ໄດ້ຈັດການເສັງຂຽນ: “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ມາຫວຽດນາມ”. ການເສັງໄດ້ເລີ່ມແຕ່ວັນທີ 15 ຕຸລາ 2019 ຮອດວັນທີ 15 ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ