VOV ມອບລົດຖີບ,ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ເຂດພູດອຍ

(VOVWORLD) -ຄະນະຊາວໜຸ່ມ VOV ປະຈຳເຂດທາງທິດຕາເວັນອອກສ່ຽງເໜືອ ໄດ້ມອບລົດຖີບ 5 ຄັນ, ທຶນການສຶກສາ 10 ທຶນ, ພ້ອມກັບກະເປົ່າ ແລະ ປື້ມ
VOV ມອບລົດຖີບ,ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ເຂດພູດອຍ - ảnh 1(VOV ມອບລົດຖີບ,ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ເຂດພູດອຍ)

ວັນທີ 16 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ວັນສື່ມວນຊົນປະຕິວັດຫວຽດນາມ 21 ມິຖຸນາ ແລະ ເດືອນກະທຳເພື່ອເດັກ, ຄະນະຊາວໜຸ່ມວິທະຍຸກະຈາຍສຽງຫວຽດນາມ ປະຈຳເຂດທາງທິດຕາເວັນອອກສ່ຽງເໜືອ ໄດ້ຈັດລາຍການມອບລົດຖີບ ແລະ ທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ຜ່ານຜ່າຄວາມທຸກຍາກຢູ່ຕາແສງເຂດພູດອຍ ເຕີນເຍີນ, ເມືອງ ແຮ່ງໂບ່, ແຂວງກວາງນິງ.

        ຄະນະຊາວໜຸ່ມ VOV ປະຈຳເຂດທາງທິດຕາເວັນອອກສ່ຽງເໜືອ ໄດ້ມອບລົດຖີບ 5 ຄັນ, ທຶນການສຶກສາ 10 ທຶນ, ພ້ອມກັບກະເປົ່າ ແລະ ປື້ມໃຫ້ບັນດານັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຕາແສງ ເຕີນເຍີນ, ທັງນີ້ກໍ່ເປັນການລະດົມກຳລັງໃຈ ແລະ ຊ່ວຍເຫຼືອບັນດານັກຮຽນສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຮຽນເກັ່ງໃນສົກຮຽນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ