VOV ມອບ​ລາງວັນ​ການ​ເສັງ​ກ່ຽວ​ກັບ​ພັກ

(VOVWORLD) -     ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນການເສັງ “ພັກໃນຊີວິດຂອງຂ້ອຍ” ແລະ ການເສັງ “ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ”. ສອງການເສັງຊອກຮູ້ກ່ຽວກັບພັກກອມມູນິດ ຫວຽດນາມ ໂດຍ ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ຂອງພັກເຂົ້າສູ່ຊີວິດຕົວຈິງ.
VOV ມອບ​ລາງວັນ​ການ​ເສັງ​ກ່ຽວ​ກັບ​ພັກ - ảnh 1ພິທີມອບລາງວັນ

 ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ໂດ໊ຕຽນສີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

        “ມີບາງຄົນອາຍຸຫຼາຍກວ່າ 80 ປີ ແລ້ວ ແຕ່ກໍຍັງເຂົ້າຮ່ວມການເສັງ, ມີທັງນັກສຶກສາ, ຜູ້ພິການຕາກໍໄດ້ເຂົ້າຮ່ວມການເສັງດ້ວຍຕົວອັກສອນນູນ. ນີ້ແມ່ນສິ່ງທີ່ໜ້າເຄົາລົບນັບຖືທີ່ສຸດ. ຜ່ານນັ້ນ, ປະກອບສ່ວນນຳມະຕິກອງປະຊຸມໃຫຍ່ຂອງພັກເຂົ້າສູ່ຊີວິດໄດ້ຢ່າງວ່ອງໄວ, ມີປະສິດທິຜົນ, ແທດຈິງ ແລະ ມີຊີວິດຊີວາ”.

        ການເສັງ “ພັກໃນຊີວິດຂອງຂ້ອຍ” ສະຫງວນໃຫ້ຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ພາຍໃນ ແລະ ຕ່າງປະເທດ; ຊາວຕ່າງປະເທດທີ່ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ຫວຽດນາມ. ການເສັງໄດ້ປຸກລະດົມມາແຕ່ວັນທີ 1 ມີນາ 2021 ຈົນຮອດວັນທີ 31 ກໍລະກົດ 2021. ຄະນະຈັດຕັ້ງໄດ້ຮັບບົດເຂົ້າຮ່ວມການເສັງກວ່າ 10.000 ບົດ ແລະ ມອບລາງວັນໃຫ້ 41 ສ່ວນບຸກຄົນ ໃນນັ້ນ ມີລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 5 ລາງວັນ, ລາງວັນທີສາມ 10 ລາງວັນ ແລະ ລາງວັນຊົມເຊີຍ 25 ລາງວັນ.

        ສ່ວນການເສັງ “ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ” ແມ່ນສະຫງວນໃຫ້ຜູ້ທີ່ເຮັດວຽກງານການຂ່າວທາງວິທະຍຸຢູ່ພາຍໃນປະເທດ, ເຊິ່ງດຶງດູດບົດເຂົ້າຮ່ວມໄດ້ກວ່າ 1.000 ບົດ. ຄະນະຈັດຕັ້ງໄດ້ມອບ 38 ລາງວັນ, ເຊິ່ງລວມມີ ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 6 ລາງວັນ, ລາງວັນທີສາມ 10 ລາງວັນ ແລະ ລາງວັນຊົມເຊີຍ 20 ລາງວັນ.

        ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບໃບຍ້ອງຍໍ 9 ໃບໃຫ້ແກ່ໝູ່ຄະນະທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການເສັງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ