VOV ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງວັນ​ສ້າງ​ຕັ້ງ

(VOVWORLD) - ຕອນເຊົ້າວັນທີ 6 ກັນຍາ, ຢູ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງ (07/9/1945 - 07/9/2024) ແລະ ມອບບັນດານາມມະຍົດແຂ່ງຂັນ, ມອບລາງວັນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນບັນດາຂະບວນການແຂ່ງຂັນຂອງວິທະຍຸກະຈາຍສຽງ ຫວຽດນາມ.
VOV  ສະ​ເຫຼີ​ມສະຫຼອງ 79 ປີ​ແຫ່ງວັນ​ສ້າງ​ຕັ້ງ - ảnh 1

      ກ່າວຄຳເຫັນທີ່ພິທີ, ທ່ານ ໂດ້ຕຽນຊີ ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ວິທະຍຸກະຈາຍສຽງ ຫວຽດນາມ. ຜ່ານ 79 ປີແຫ່ງວັນເຕີບໃຫ່ຍ ແລະ ພັດທະນາ, ບັນດາລຸ້ນພະນັກງານ, ນັກຂ່າວ, ນັກເຕັກນິກ, ນັກສິລະປິນ ແລະ ຜູ້ອອກແຮງງານຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສ້າງວິທະຍຸກະຈາຍສຽງ ຫວຽດນາມ ຢ່າງໝັ້ນຄົງເຂັ້ມແຂງ, ກາຍເປັນ “ສຽງເວົ້າຂອງປະເທດຊາດ”, ຂອງຄວາມເປັນເອກະລາດ, ເສລີພາບ, ແມ່ນສຽງເວົ້າຂອງພັກ, ລັດ ແລະ ປຊຊ ຫວຽດນາມ, ເປັນເພື່ອນຜູ້ທີ່ໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ, ທ່ານ ໂດ້ຕຽນຊີ ຢືນຢັນວ່າ:

   ດ້ວຍມູນເຊື້ອ 79 ປີທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ໃນໄລຍະທີ່ຈະມາເຖິງ, ພວກເຮົາຕ້ອງປະຕິບັດເປັນຢ່າງດີພິທີສະເຫຼີມສະຫຼອງວັນສ້າງຕັ້ງ ວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ. ໃນວິວັດການສ້າງຕັ້ງ, ສູ້ຊົນ ແລະ ເຕີບໃຫ່ຍ, ຕາມແຕ່ລະໄລຍະການປະຕິວັດແຕກຕ່າງກັນ, ພວກເຮົາຈະມີບັນດາໜ້າທີ່ຈຸດສຸມ, ລະອຽດທີ່ແຕກຕ່າງກັນ. ເວົ້າລວມແລ້ວ ນັ້ນແມ່ນຄວາມສາມັກຄີ, ພູມປັນຍາ, ເຈດຈຳນົງ, ຄວາມຕັດສິນໃຈດ້ານການເມືອງ ເພື່ອປະຕິບັດໜ້າທີ່ຂອງຕົນສຳເລັດ.

     ແລະ ກໍ່ໃນຕອນເຊົ້າຂອງວັນທີ 6 ກັນຍາ, ໄດ້ຈັດໃຫ້ມີງານຕະຫຼາດນັດ VOV ປີ 2024 ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງບັນດາຫົວໜ່ວຍໃນວິທະຍຸກະຈາຍສຽງ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນວຽກງານການກຸສົນຂອງວິທະຍຸກະຈາຍສຽງ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ