VOV ສະເຫຼີມສະຫຼອງວັນກະຈາຍສຽງໂລກ ດ້ວຍຫົວຂໍ້ “ການກະຈາຍສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈ”

(VOVWORLD) -ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານຢູ່ພາຍໃນ ແລະ ສາກົນຢືນຢັນວ່າ, ການກະຈາຍສຽງຍັງແມ່ນແຫຼ່ງຂ່າວໄວ, ມີຄວາມໄວ້ເນື້ອເຊື່ອໃຈ, ແຜ່ກວ້າງ
VOV ສະເຫຼີມສະຫຼອງວັນກະຈາຍສຽງໂລກ ດ້ວຍຫົວຂໍ້ “ການກະຈາຍສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈ” - ảnh 1(ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ)

ຕອນເຊົ້າວັນທີ 11 ກຸມພາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຈັດພິທີສະເຫຼີມສະຫຼອງວັນກະຈາຍສຽງໂລກ ດ້ວຍຫົວຂໍ້ “ການກະຈາຍສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈ” ແລະ ການໂອ້ລົມສົນທະນາພິເສດກ່ຽວກັບບົດບາດ ແລະ ທິດກ້າວເດີນຂອງການກະຈາຍສຽງໃນສະໄໝໃໝ່ ເພື່ອໃຫ້ການກະຈາຍສຽງຍາມໃດກໍ່ແມ່ນພາຫະນະທີ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຜູ້ຟັງ. ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານຢູ່ພາຍໃນ ແລະ ສາກົນຢືນຢັນວ່າ, ການກະຈາຍສຽງຍັງແມ່ນແຫຼ່ງຂ່າວໄວ, ມີຄວາມໄວ້ເນື້ອເຊື່ອໃຈ, ແຜ່ກວ້າງ, ເຖິງຢ່າງໃດກໍ່ຕາມ ຄວນສືບຕໍ່ເສີມຂະຫຍາຍທ່າແຮງສະເພາະເພື່ອດຶງດູດມະຫາຊົນໃຫ້ຫຼາຍກວ່າ. ທ່ານຮອງຜູ້ອຳນວຍການໃຫຍ່ VOV ໂງມິນຫຽນ, ຖືວ່າ:

        “ໃນສະໄໝຂໍ້ມູນຂ່າວສານພັດທະນານັ້ນ, ບົດບາດສຳຄັນທີ່ສຸດຂອງການກະຈາຍສຽງໄດ້ຢັ້ງຢືນວ່າເປັນແຫຼ່ງຂໍ້ມູນຂ່າວສານທີ່ໜ້າເຊື່ອຖື. ນັ້ນແມ່ນສາຍເຫດທີ່ປີນີ້ UNESCO ຈຶ່ງເລືອກເອົາຫົວເລື່ອງຂອງວັນກະຈາຍສຽງໂລກແມ່ນ “ການກະຈາຍສຽງ ແລະ ຄວາມໄວ້ເນື້ອເຊື່ອໃຈ”. ນີ້ກໍ່ແມ່ນການໂອ້ລົມສົນທະນາພິເສດທີ່ສະຫງວນໃຫ້ນັກຂ່າວຂອງ VOV, ບັນດາຜູ້ທີ່ເຮັດວຽກງານການຂ່າວກ່ຽວກັບການກະຈາຍສຽງໃນທົ່ວປະເທດ ແບ່ງປັນບົດຮຽນ ແລະ ພ້ອມກັນຊອກຫາທິດທາງໃໝ່ໃຫ້ແກ່ການກະຈາຍສຽງ, ເພື່ອສືບຕໍ່ຢືນຢັນບົດບາດຂອງການກະຈາຍສຽງຍັງສືບຕໍ່ນຳໜ້ແຫຼ່ງຂ່າວໃນສັງຄົມ ແລະ ມີຫຼາຍຄົນຮັບຟັງ”.

        ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານກໍ່ຖືວ່າ, ການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ຂໍ້ມູນຂ່າວສານທາງສື່ສັງຄົມແຜ່ຫຼາຍ ດ້ວຍຈຸດປະສົງທີ່ແຕກຕ່າງກັນ, ມີທັງຂ່າວເປັນຈິງ ແລະ ບໍ່ເປັນຈິງໄດ້ກາຍເປັນສິ່ງທ້າທາຍຂອງການກະຈາຍສຽງເວົ້າສະເພາະ ແລະ ບັນດາຮູບການສື່ມວນຊົນເວົ້າລວມ ຕໍ່ໜ້າຄວາມດຶງດູດ ແລະ ເຂົ້າເຖິງໂດຍໄວຂອງມະຫາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ