VOV ຮ່ວມ​ເດີນ​ທາງ​ກັບ VFF ແລະ HDBank ຈັດ​ຕັ້ງ​ການ​ແຂ່ງ​ຂັນ Futsal ແຫ່ງ​ຊາດ 2023

(VOVWORLD) -ຕອນບ່າຍວັນທີ 3 ມີນາ, ສະຫະພັນບານເຕະ ຫວຽດນາມ (VFF) ແລະ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ດຳເນີນກອງປະຊຸມການສະຫຼຸບວຽກງານຈັດຕັ້ງການແຂ່ງຂັນ Futsal HDBank ຊີງຊະນະເລີດແຫ່ງຊາດ 2022, ຜັນຂະຫຍາຍແຜນການຈັດຕັ້ງບັນດາການແຂ່ງຂັນ Futsal HDBank ຊີງຊະນະເລີດແຫ່ງຊາດ 2023.

VOV ຮ່ວມ​ເດີນ​ທາງ​ກັບ VFF ແລະ HDBank ຈັດ​ຕັ້ງ​ການ​ແຂ່ງ​ຂັນ Futsal ແຫ່ງ​ຊາດ 2023 - ảnh 1ພິທີລົງນາມລະຫວ່າງສອງຝ່າຍ (ພາບ:  VOV)

ໂດຍໄດ້ຮັບການຈັດຕັ້ງຄືນໃໝ່ພາຍຫຼັງ 1 ປີທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ - 19, ການແຂ່ງຂັນ Futsal ແຫ່ງຊາດ 2022 ແມ່ນປີທີ 6 VFF ໄດ້ສົມທົບກັບ VOV ຈັດຂຶ້ນ, ພ້ອມກັບການຮ່ວມເດີນທາງຂອງຜູ້ອຸປະຖຳ HDBank. ສິ່ງນີ້ໄດ້ສືບຕໍ່ສ້າງກຳລັງແຮງແຜ່ຂະຫຍາຍຢ່າງແຮງໃຫ້ກິລາປະເພດ Futsal ໄປຍັງທ່ານຜູ້ຊົມໃນທົ່ວປະເທດ. ທ່ານເຈິ່ນແອັງຕູ໊, ຮອງປະທານຜູ້ຮັບຜິດຊອບ ວິຊາສະເພາະ VFF ໃຫ້ຮູ້ວ່າ:

ໃນພິທີລົງນາມມື້ນີ້, ສອງຝ່າຍລ້ວນແຕ່ສະແດງຄວາມຕັດສິດໃຈ ແມ່ນສືບຕໍ່ຮ່ວມມືກັນເພື່ອຈັດຕັ້ງການແຂ່ງຂັນ, ພິເສດກ່ວາແມ່ນຍົກລະດັບການແຂ່ງຂັນຂຶ້ນ, ຈາກການສື່ສານ ແລະ ພາບພົດຕະຫຼອດຮອບການແຂ່ງຂັນ ໃຫ້ນັບມື້ນັບມີການພັດທະນາດີກ່ວານີ້ອີກ, ຮັບປະກັນໃຫ້ແກ່ການແຂ່ງຂັນຈະຄ່ອຍໆມຸ່ງໄປເຖິງການເປັນມືອາຊີບ ແລະ ເປົ້າໝາຍທີ່ສຳຄັນກ່ວານີ້ອີກແມ່ນເຮັດແນວໃດ ຊ່ວຍທິມຊາດມີນັກເຕະດີເດັ່ນຫຼາຍຄົນ ເພື່ອມຸ່ງໄປເຖິງເປົ້າໝາຍແມ່ນເຂົ້າຮ່ວມການແຂ່ງຂັນ World Cup ຄັ້ງທີ 3.      

ຕອບກັບ

ຂ່າວ/ບົດ​ອື່ນ