VOV ເຊັນຂໍ້ຕົກລົງ ກັບ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ

 VOV ເຊັນຂໍ້ຕົກລົງ ກັບ ຄະນະກຳມະການສູນກາງ       ແນວໂຮມປະເທດຊາດ ຫວຽດນາມ - ảnh 1
ພິທີ​ລົງ​ນາມ​ໂຄງການ​ປະສານ​ສົມທົບ​ວຽກ​ງານ ລະຫວ່າງ VOV ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ


(vovword) - ພິທີ​ລົງ​ນາມ​ໂຄງການ​ປະສານ​ສົມທົບ​ວຽກ​ງານ ລະຫວ່າງ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ ຫວຽດນາມ ຫາ​ກໍ​ດຳ​ເນີນ​ໄປ​ໃນ​ຕອນບ່າຍ​ວັນ​ທີ 04/7 ຢູ່ ສູນ​ກະຈາຍສຽງ​ແຫ່ງ​ຊາດ ​ເລກທີ 58 ຖະໜົນ Quan Su ນະຄອນຫລວງ ຮ່າ​ໂນ້ຍ. ຕາມຂໍ້​ຕົກລົງ​ສະບັບ​ນີ້​ແລ້ວ,  ວິທະຍຸ​ກະຈາຍສຽງ​ ຫວຽດນາມ ຈະ​ສ້າງຄໍລຳທີ່​ມີຫົວ​ຂໍ້​ວ່າ: ​ເພື່ອ​ພາລະກິດ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ”, ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຜ່ານ​ພາຫະນະ​ສື່​ສານ​ຂອງ​ວິທະຍຸ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ, ​ເຕົ້າ​ໂຮມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າຮ່ວມກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Nguyen Trong Kim ຮອງ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຢືນ​ຢັນ​ວ່າ: ​ເລື່ອງ​ສອງ​ອົງການ​​ເຊັນ​ຂໍ້​ຕົກລົງ​ເພື່ອ​ປະສານ​ສົມທົບ​ວຽກ​ງານ ​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ໂຄສະນາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ພິ​ເສດ ​ແມ່ນ​ແຜນ​ນະ​ໂຍບາຍ, ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຜ່ານ​ນັ້ນ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແຂງ​ແຮງ.

        “ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແມ່ນ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ, ບໍ່​ພຽງ​ແຕ່​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຜ່ານ​ຮູບ​ການ​ຫນຶ່ງ​ ປະຈຸ​ບັນ ມີ​ຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ. 90% ຈຳນວນປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​. ສະ​ນັ້ນ ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​​ເພື່ອເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ”

 

 

ຂ່າວ/ບົດ​ອື່ນ