VOV ເປີດ​ນຳ​ໃຊ້​ສະ​ຖາ​ນີ​ເຄື່ອງ​ສົ່ງ​ລະ​ບົບ AM ເຂດ​ ​ຕອນ​ເໜືອພາກ​ກາງ

(VOVWORLD) - ຕອນບ່າຍວັນທີ 18 ສິງຫາ, ຢູ່ຕາແສງ ເລືອງນິງ, ເມືອງກ໋ວາງນິງ, ແຂວງກ໋ວາງບິ່ງ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ເປີດນຳໃຊ້ ແລະ ນຳສະຖານີເຄື່ອງສົ່ງລະບົບ AM ເຂດ ຕອນເໜືອພາກກາງ ເຂົ້າເຄື່ອນໄຫວ.

VOV ເປີດ​ນຳ​ໃຊ້​ສະ​ຖາ​ນີ​ເຄື່ອງ​ສົ່ງ​ລະ​ບົບ AM ເຂດ​ ​ຕອນ​ເໜືອພາກ​ກາງ - ảnh 1ທ່ານຫວູຫ໋າວກວາງ, ຮອງຜູ້ອຳນວຍການໃຫຍ່, ຕາງໜ້າການນຳວິທະຍຸກະຈາຍສຽງ ຫວຽດນາມ ມອບດອກໄມ້ອວຍພອນພະນັກງານ ສະຖານນີ້ເຄື່ອງສົ່ງຄື້ນເຂດຕອນເໜືອພາກກາງ (ພາບ: VOV)

ການນຳເຂົ້າເຄື່ອນໄຫວໄດ້ຫັນແຜນນະໂຍບາຍຂອງວິທະຍຸກະຈາຍສຽງຫວຽດນາມ ບໍ່ພັດທະນາບັນດາສະຖານີເຄື່ອງສົ່ງຄື້ນກາງ ແລະ ຄື້ນສັ້ນ ທີ່ມີ ຄວາມແຮງສູງຢູ່ເຂດໃຈກາງຂອງບັນດາຕົວເມືອງ ເຊິ່ງຫັນປ່ຽນໄປຍັງບັນດາເຂດທີ່ມິຄວາມເໝາະສົມກັບເງື່ອນໄຂຂອງແຕ່ລະເຂດພາກ ໃຫ້ເປັນອັນລະອຽດ.

ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານ ຫວູຫ໋າຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຢັ້ງຢືນວ່າ ການນຳສະຖານີເຄື່ອງສົ່ງລະບົບ ຢູ ເຂດຕອນເໜືອພາກກາງ ເຂົ້າເຄື່ອນໄຫວ ໄດ້ຫຼຸດໄລຍະຫ່າງກ່ຽວກັບຂໍ້ມູນຂ່າວສານ ລະຫວ່າງບັນດາທ້ອງຖິ່ນ, ຕອບສະໜອງຄວາມຕ້ອງການກ່ຽວກັບການຮັບຟັງທາງດ້ານວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ. ຕາມທ່ານຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫວູຫ໋າຍກວາງແລ້ວ, ທ້າຍປີ 2023 ໂຄງການໄດ້ນຳເຂົ້າການເຄື່ອນໄຫວ, ຮອດເດືອນກໍລະກົດປີ 2024, ໂຄງການໄດ້ອອກອາກາດຢ່າງເປັນທາງການ, ເຊິ່ງມີການອັບເດດຂໍ້ມູນທາງດ້ານການເມືອງ, ວັດທະນະທຳໃນການດຳລົງຊີວເປັນເປັນປະຈຳ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບັນດາແຂວງເຂດຕອນເໜືອພາກກາງ, ເຂດທະເລໝູ່ເກາະຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ