VOV ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ໜຄົງທາງອິນເຕີແນັດ

(VOVWORLD) -ຕອນເຊົ້າວັນທີ 09 ມິຖຸນາ, ຢູ່ຮ່າໂນ້ຍ, VOV ໄດ້ສົມທົບກັບກະຊວງຕຳຫຼວດຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງຂ່າຍອິນເຕີແນັດ.
VOV ເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ໜຄົງທາງອິນເຕີແນັດ - ảnh 1 (ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ທີ່ກອງປະຊຸມ, ທ່ານ ເຈິ່ງມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ຢືນຢັນວ່າ: ບັນຫາຮັບປະກັນຄວາມໝັ້ນຄົງເວົ້າລວມ ແລະ ຄວາມປອດໄພໃນຄື້ນວິທະຍຸກະຈາຍສຽງເວົ້າສະເພາະ ຍາມໃດ VOV ກໍຖືວ່າມີຄວາມສຳຄັນແຖວໜ້າ. ບັນດາພາຫະນະສື່ມວນຊົນຂອງ VOV ຈະເພີ່ມທະວີການໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ສ້າງຄວາມເຫັນດີເຫັນພ້ອມສູງໃນການປະຕິບັດບັນດາຂໍ້ກຳນົດຂອງດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີແນັດ. ທ່ານ ເຈິ່ງມິງຮຸ່ງ, ໃຫ້ຮູ້ວ່າ.

        “ໜ້າທີ່ຄວາມຮັບຜິດຊອບຂອງ VOV ແມ່ນ ທັງໂຄສະນາກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທັງໂຄສະນາກົດໝາຍ 2 ສະບັບດັ່ງກ່າວ. ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເລື່ອງໂຄສະນາເຜີຍແຜ່ ແລະ ປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ, ກໍຄືກົດໝາຍວ່າດ້ວຍຄວາມໝັ້ນຄົງທາງອິນເຕີແນັດແມ່ນມີຄວາມໝາຍສຳຄັນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ