VOV ແລະ NHK ເພີ່ມທະວີການຮ່ວມມື

VOV  ແລະ NHK ເພີ່ມທະວີການຮ່ວມມື - ảnh 1
ຄະນະຜູ້ແທນ VOV ຢ້ຽມຢາມ NHK


(vovworld) - ວັນ​ທີ 21/8, ຄະນະ​ຜູ້​ແທນ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໂດຍ​ທ່ານ Vu Hai ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ວິ​ທະ​ຍຸ​ກະຈາຍ​ສຽງ ​ແລະ ​ໂທລະພາບ (NHK) ຂອງ​ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ນະ​ການ​ຕ້ອນຮັບ, ທ່ານ Tatsuru Yamada ຜູ້ອຳນວຍການ​ຮັບຜິດຊອບ​ຂົງ​ເຂດ​ກະຈາຍສຽງ​ຂອງ NHK ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ຮ່ວມ​ມື​ກັບ VOV ​ໃນ​ການ​ຜະລິດ​ບັນດາ​ລາຍການ​ກະຈາຍສຽງ ​ໂທລະພາບ. ສ່ວນ​ທ່ານ Vu Hai ຮອງ​ຜູ້ອຳນວຍການໃຫຍ່ VOV ​ໃຫ້​ຮູ້​ວ່າ: VOV ​ແລະ NHK ມີ​ຈຸດ​ຄ້າຍຄື​ກັນ ລ້ວນ​ແຕ່​​ແມ່ນ​ບັນດາ​ອົງການ​ສື່​ມວນ​ຊົນ​ຫລາຍປະເພດ ​ແລະ ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ຂອງ​ລັດຖະບານ. ທ່ານ ຮອງ​ຜູ້ອຳນວຍການໃຫຍ່ VOV Vu Hai ປາດ​ຖະຫນາ​ວ່າ NHK ຈະ​ແບ່ງ​ບັນ​ບົດຮຽນ​ກັບ VOV ​ໃນ​ການ​ຜະລິດ​ບັນດາ​ລາຍການ​ກະຈາຍສຽງ ​ແລະ ​ໂທລະພາບ, ພິ​ເສດ ບັນດາ​ລາຍການ​ກະຈາຍສຽງ​ທາງ​ອິນ​ເຕີ​ແນ​ດ ​ແລະ ເຄື່ອງສື່ສານ​ເຄື່ອນ​ທີ່. ຄະນະ​ຜູ້​ແທນ VOV ກໍ​ໄດ້​ໄປ​ຢ້ຽມຢາມ​ສູນ​ກະຈາຍສຽງ​, ວິທະຍຸ​ກະຈາຍສຽງ​ສາກົນ ​ແລະ ບັນດາ studio NHK.

Hoang Lien Son ນັກ​ຂ່າວ VOV ປະຈຳ​ຍີ່​ປຸ່ນ

ຂ່າວ/ບົດ​ອື່ນ