VOV ແລະ RRI ເພີ່ມທະວີການຮ່ວມມື

VOV ແລະ RRI ເພີ່ມທະວີການຮ່ວມມື - ảnh 1
(ພິທີ​ລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ແລກປ່ຽນ​ຂໍ້​ມູນ ​ແລະ​ ວັດທະນະທຳ​
ລະຫວ່າງ​ VOV ​ແລະ RRI)


(vovworld) - ຕອນ​ເຊົ້າ​ວັ​ນທີ 13/01, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ກວານ​ຊື໋, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ແລກປ່ຽນ​ຂໍ້​ມູນ ​ແລະ​ ວັດທະນະທຳ​ລະຫວ່າງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ (RRI). ຕາມ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ຜູ້ອຳ​ນວຍ​ການ​ໃຫຍ່​ VOV ຫງວຽນ​ດັງ​ຕ໋ຽນ ​ແລະ ປະທານ RRI ທ່ານ​ນາງ Rosarita Niken Widiastut ​ແລ້ວ, VOV ​ແລະ RRI ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານຂໍ້​ມູນຂ່າວສານ ​ແລະ ວັດທະນະທຳ, ​ເພື່ອ​ແນ​ໃສ່​ຊຸກຍູ້ຄວາມ​​ເຂົ້າ​ອົກ​ເຂົ້າໃຈ​ເຊິ່ງກັນ​ ແລະ​ ກັນ​ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດຜ່ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ໂຄສະນາ​ສື່ສານ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ. ຜູ້ອຳ​ນວຍ​ການ​ໃຫຍ່​ VOV ຫງວຽນ​ດັງ​ຕ໋ຽນ ​ເນັ້ນ​ໜັກ​ວ່າ:

        “ດ້ວຍ​ການລົງ​ນາມ​​ໃນຂໍ້​ຕົກລົງ​ຮ່ວມ​ມື​ດັ່ງກ່າວ, ພວກ​ເຮົາ​ສາມາດ​ເຊື່ອ​ໝັ້ນ ​ແລະ ຢັ້ງຢືນບາດກ້າວ​ພັດທະນາ​ໃໝ່​ທີ່​ມີ​ຄວາມ​ໝາຍ, ​ເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ທີ່​ໝັ້ໜຄົງເຂັ້ມ​ແຂງ​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ 2 ອົງການ​ສື່ສານຂອງ 2 ປະ​ເທດຢ່າງ​ແໜ້ນ​ແຟ້ນ. ​ເລື່ອງ​ລົງ​ນາມ​ໃນ​ຂໍ້​ຕົກລົງ​​ໄດ້​ປະກອບສ່ວນ​ຕັ້ງໜ້າ​​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສະຫະສະມາຄົມ​ກະຈາຍສຽງ​ອາຊີ - ປາຊີ​ຝິກ ABU ຢ່າງ​ຕັ້ງໜ້າ.”

        ສ່ວນ​ທ່ານ​ນາງປະທານ RRI Rosarita Niken Widiastut ​​ໄດ້ຢືນຢັນ​ວ່າການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ VOV ​ແມ່ນ​ໜ້າ​ທີ່​ຂອງ RRI ດ້ວຍ​ບົດບາດ​ແມ່ນ​ອົງການ​ກະຈາຍສຽງ​ແຫ່ງ​ຊາດ​ຂອງ​ອິນ​ໂດ​ເນ​ເຊຍ.

        “ການ​ຮ່ວມ​ມື​ລະຫວ່າງ RRI ​ແລະ VOV ຜ່ານ​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ມື້​ນີ້ ​ແມ່ນບາດກ້າວ​ຄຳ​ຄັນ, ຂີດ​ໝາຍ​ຂອງ​ຄວາມ​ມານະ​ພະຍາຍາມຂອງ​ພວກ​ເຮົາ​​ໃນ​ການ​ປະກອບສ່ວນ​ໃຫ້​ຊົນຊາດ ​ແລະ ປະ​ເທດ​ຊາດ. ຜ່ານ​ໂຄງການ​ຮ່ວມ​ມື​ດັ່ງກ່າວ, ພວກ​ເຮົາ​ສາມາດ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ ​ແລະ ຍົກ​ສູງ​ດ້ານວິຊາ​ການ, ​ວິ​ໄສ​ທັດ​ຂອງ​ບັນດາ​ວິທະຍຸ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ເຊິ່ງກັນ ​ແລະ ກັນ​. ການ​ຮ່ວມ​ມື​ດັ່ງກ່າວ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສິ່ງ​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ຊາດ​ພວກ​ເຮົາ, ຊ່ວຍ​ໃຫ້ 2 ຊາດ​​ໃຫ້​ນັບ​ມື້​ນັບ​​ໃກ້ຊິດ​ຕິດ​ພັນກວ່າ.”

ຂ່າວ/ບົດ​ອື່ນ