VOV ແລະ ກູບາເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງ, ໂທລະພາບ

(VOVWORLD) -ວັນທີ 20 ທັນວາ, ຢູ່ສຳນັກງານ ວິທະຍຸກະຈາຍສຽງ ຫວຽດນາມ (VOV) 58 ຖະໜົນ ກວ໋ານສື໋, ຮ່າໂນ້ຍ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ.
VOV ແລະ ກູບາເພີ່ມທະວີການຮ່ວມມືໃນຂົງເຂດກະຈາຍສຽງ, ໂທລະພາບ - ảnh 1 (ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ)

ທ່ານ ຫງວຽນເທ໋ກີ ໄດ້ແນະນຳໂດຍສັງເຂບ ກ່ຽວກັບການສ້າງຕັ້ງ ແລະ ພັດທະນາຂອງ VOV ໃນຊຸມປີຜ່ານມາ. ປັດຈຸບັນ, VOV ແມ່ນອົງການນຳໜ້າ ຫວຽດນາມ ໃນຂົງເຂດກະຈາຍສຽງ ແລະ ຢືນອັນດັບ 2 ໃນຂົງເຂດໂທລະພາບ ດ້ວຍ 8 ຊ່ອງກະຈາຍສຽງ ແລະ  18 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ 1 ສື່ສິ່ງພິມ.

        ທ່ານ ຫງວຽນເທ໋ກີ  ປາຖະໜາວ່າ, ໃນໄລຍະຈະມາເຖິງ ທ່ານນາງ Lianys Torres Rivera ຈະເປັນຂົວຕໍ່, ຊ່ວຍ VOV ແລະ ອົງການກະຈາຍສຽງ ໂທລະພາບ ກູບາແລກປ່ຽນບັນດາລາຍການແນະນຳກ່ຽວກັບ ກູບາຢູ່ ຫວຽດນາມ ແລະ ແນະນຳ ຫວຽດນາມ ຢູ່ ກູບາ. ກໍ່ຄືແລກປ່ຽນຄະນະນັກຂ່າວລະຫວ່າງສອງປະເທດ. ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:

        “ໃນການໄປປະຕິບັດງານຢູ່ກູບາຈະມາເຖິງນີ້, ພວກຂ້າພະເຈົ້າຫວັງວ່າທ່ານນາງເອກອັກຄະລັດຖະທູດ ແລະ ລັດ ກູບາ ຈະຊ່ວຍໃຫ້ VOV ຕັ້ງເຄື່ອງສົ່ງສັນຍານຢູ່ ກູບາ. ທັງ ຫວຽດນາມ ແລະ ກູບາຈະຮ່ວມນຳໃຊ້ເຄື່ອງສົ່ງສັນຍານນີ້. VOV ຈະມຸ່ງໄປເຖິງທ່ານຜູ້ຟັງ VOV ຢູ່ ກູບາ ແລະ ບາງປະເທດຢູ່ ອາເມລິກາລາຕີນ. ແລະ ພວກຂ້າພະເຈົ້າຈະປະຕິບັດບັນດາຂໍ້ກຳນົດກະຈາຍສຽງທັງໝົດຂອງ ກູບາ“.

        ສ່ວນທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ກໍ່ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍອົງການກະຈາຍສຽງ, ໂທລະພາບ ສອງປະເທດເພີ່ມທະວີການຮ່ວມມື. ພ້ອມທັງຫວັງວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າແລກປ່ຽນບັນດາລາຍການ, ແບ່ງປັນບົດຮຽນພັດທະນາເຄືອຂ່າຍກໍ່ຄືໃນວຽກງານຮັກສາເອກະສານເປັນສຳເນົາ.

ຕອບກັບ

ຂ່າວ/ບົດ​ອື່ນ