VOV ແລະ ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ລົງນາມໃນຂໍ້ຕົກລົງຮ່ວມມື

(VOVWORLD) -ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ແລະ ບັນດາຫົວໜ່ວຍໄດ້ເປັນເຈົ້າການໃນການສະໜອງຂໍ້ມູນຂ່າວໃຫ້ແກ່ VOV ເພື່ອໂຄສະນາເຖິງຜູ້ຟັງ, ຜູ້ອ່ານຢ່າງທັນການ.
VOV ແລະ ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ລົງນາມໃນຂໍ້ຕົກລົງຮ່ວມມື - ảnh 1(ພິທີລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2026)

        ຕອນບ່າຍວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2022 – 2026. ຕາມນັ້ນແລ້ວ, ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ແລະ ບັນດາຫົວໜ່ວຍໄດ້ເປັນເຈົ້າການໃນການສະໜອງຂໍ້ມູນຂ່າວໃຫ້ແກ່ VOV ເພື່ອໂຄສະນາເຖິງຜູ້ຟັງ, ຜູ້ອ່ານຢ່າງທັນການ. ທ່ານ ຮ່ວາງກວກເວື້ອງ, ປະທານສະພາສະມາຊິກ ກຸ່ມບໍລິສັດນ້ຳມັນອາຍແອັດ ຫວຽດນາມ ຢືນຢັນວ່າ, ໃນວິວັດການກໍ່ສ້າງ, ພັດທະນາຂອງກຸ່ມບໍລິສັດໃນໄລຍະຜ່ານມາ ຍາມໃດກໍ່ມີການຮ່ວມເດີນທາງຂອງບັນດາອົງການສື່ມວນຊົນ, ພິເສດແມ່ນ VOV. ຂໍ້ຕົກລົງຮ່ວມມືໃນໄລຍະນີ້ກັບ VOV ແມ່ນພື້ນຖານສຳຄັນ, ປະກອບສ່ວນນຳຂໍ້ມູນຂ່າວ, ຮູບພາບຂອງກຸ່ມບໍລິສັດ, ພິເສດແມ່ນຍຸດທະສາດພັດທະນາຂອງກຸ່ມບໍລິສັດນັບແຕ່ໄລຍະນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045 ຢູ່ພາຍໃນປະເທດ ແລະ ຕ່າງປະເທດໃຫ້ກວ້າງໃຫຍ່ກວ່າ. ສ່ວນທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້ ຖືວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດການສົມທົບກັນໄລຍະ 2018 – 2022 ແມ່ນປັດໃຈສຳຄັນເພື່ອໃຫ້ 2 ຝ່າຍສືບຕໍ່ຮ່ວມມືກັນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ