VOV ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ເຊັນຂໍ້ຕົກລົງຮ່ວມມືໂຄສະນາ

VOV ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ເຊັນຂໍ້ຕົກລົງຮ່ວມມືໂຄສະນາ - ảnh 1
ພິທີເຊັນ​ໂຄງການ​ສົມທົບ​ກັນ​ໂຄສະນາ​ລະ​ຫວ່າງ 2 ຫົວໜ່ວຍ​ໄລຍະ 2013 – 2015

(vovworld) – ຕ​ອນ​ເຊົ້າ​ວັນ​ທີ 5/8, ຢູ່ ຮ່າ​ໂນ້ຍ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV) ຫງວຽນ​ດັງຕ໋ຽນ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງຫວຽດນາມ ຟ້າ​ມຫວູລ້ວນ ​ໄດ້​ເຊັນ​ໂຄງການ​ສົມທົບ​ກັນ​ໂຄສະນາ​ລະ​ຫວ່າງ 2 ຫົວໜ່ວຍ​ໄລຍະ 2013 – 2015. ຕາມ​ນັ້ນ​ແລ້ວ, ​ເນື້ອ​ໃນ​ສົມທົບ​ກັນ​ໂຄສະນາ​ລະ​ຫວ່າງ VOV ​ແລະ​ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ລວມມີ 6 ​ເນື້ອ​ໃນ​ຄື: ​ໂຄ​ສະນາ​ກ່ຽວກັບ​ບັນດາ​ນະ​ໂຍບາຍ, ​ແນະນຳ​ບັນດາ​ແບບຢ່າງ​ດີ​ເດັ່ນ ​ແລະ ບົດ​ຮຽນ​ພັດທະນາ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ.​.​.​ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ຫງວຽນ​ດັງຕ໋ຽນ ​ໃຫ້​ຮູ້​ວ່າ:

“ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ 4 ປະ​ເພດ​ສື່​ມວນຊົນ​ນັ້ນ​ແມ່ນ: ວິທະຍຸ​ກະຈາຍສຽງ, ໜັງສືພິມ, ສື່​ເອ​ເລັກ​ໂຕ​ນິກ ​ແລະ ​ໂທລະພາບ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ: ສຳລັບ​ການ​ສຶກສາ​ແລ້ວ, ມີ​ຫຼາຍ​ລາຍການ ​ແລະ ການ​ປ່ຽນ​ໃໝ່. ການ​ສຶກສາ​ໄດ້​ລົງ​ເລິກ​ເຂົ້າ​ພື້ນຖານ​ພັດທະນາ​ຂອງ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ຈະ​ແບ່ງ​ປັນ ​ແລະ ຮ່ວມ​ເດີນທາງ​ກັບ​ການ​ສຶກສາ.”

ກ່ຽວ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ແລ້ວ, ກະຊວງ​ມີ​ຄວາມ​ຮັບຜິດຊອບ​ສະ​ໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​​ແຜນ​ນະ​ໂຍບາຍ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ໃຫ້​ແກ່ VOV ຢ່າ​ງທັນ​ການ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ນັກ​ຂ່າວ VOV ​ເຂົ້າ​ຮ່ວມ​ກອງະ​ຊຸມ​, ກອງ​ປະ​ຊຸມສຳ​ມະ​ນາຕ່າງໆ, ​ລົງ​ຮາກ​ຖານ​ເພື່ອ​ກຳ​ແໜ້ນ​ສະພາບ​ການ​ຕົວ​ຈິງ​ເພື່ອ​ໃຫ້​ຂ່າວ, ບົດກ່ຽວ​ກັບ​ບັນ​ດາ​ບັນຫາສຶກສາ​ບຳລຸງ​ສ້າງທີ່​ໄດ້ຮັບ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກ​ຫາງ​ສຽງ​ຜ່ານພາຫະນະ​ສື່​ມວນ​ຊົນ​ຕ່າງໆ​ຂອງ VOV ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ