VOV ໄດ້ຮັບລາງວັນສູງຫຼາຍລາງວັນ ທີ່ງານແຂ່ງຂັນຊີງລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ ຕ່າງປະເທດຄັ້ງທີ 7

(VOVWORLD) -ຕອນຄ່ຳວັນທີ 28/11, ຢູ່ໂຮງລະຄອນໃຫຍ່, ນະຄອນຫຼວງຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ 7, ຊຶ່ງໄດ້ດຳເນີນການຖ່າຍທອດສົດທາງໂທລະພາບແຫ່ງຊາດ VTV1.
VOV ໄດ້ຮັບລາງວັນສູງຫຼາຍລາງວັນ ທີ່ງານແຂ່ງຂັນຊີງລາງວັນທົ່ວປະເທດກ່ຽວກັບວຽກງານຖະແຫຼງຂ່າວໃຫ້ ຕ່າງປະເທດຄັ້ງທີ 7  - ảnh 1ກຸ່ມນັກຂ່າວພະແນກລາຍການພາສາຕ່າງປະເທດ VOV5 ໄດ້ຮັບລາງວັນທີ່ງານແຂ່ງຂັນ

    ວິທະຍຸກະຈາຍສຽງຫວຽດນາມ (VOV) ມີ 7 ຜົນງານທີ່ໄດ້ຮັບ ລາງວັນທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຄັ້ງທີ 7 ໃນປີ 2021, ໃນນັ້ນມີ 2 ລາງວັນທີໜຶ່ງ ແລະ 1 ລາງວັນທີສອງ.

    ປີນີ້, ວິທະຍຸກະຈາຍສຽງຫວຽດນາມໄດ້ເຂົ້າຮ່ວມທຸກປະເພດສື່ມວນຊົນຄື ລາຍການກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ, ສື່ສິ່ງພິມ ແລະ ໄດ້ຮັບລາງວັນໃນທຸກປະເພດສື່ມວນຊົນ ດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ