VOV5 ອວຍ​ພອນ 48 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ ສາ​ທ​າ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ

(VOVWORLD) - ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ. ຫວຽດນາມ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 48 ປີ ພາຍໃຕ້ການຊີ້ນຳນຳພາຂອງ ພັກປະຊາຊົນປະຕິວັດລາວ, ປະເທດ ລາວ ໄດ້ປະຕິບັດສຳເລັດສອງໜ້າທີ່ຍຸດທະສາດ ນັ້ນແມ່ນ ປົກປ້ອງ ແລະ ພັດທະນາປະເທດ ຊາດ.
VOV5  ອວຍ​ພອນ 48 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ ສາ​ທ​າ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ - ảnh 1ຄະນະຜູ້ແທນ VOV5 ມາອວຍພອນ ຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນ ຊາດ ສປປ.ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2023), ຕອນເຊົ້າວັນທີ 1 ທັນວາ, ທ່ານນາງ ຝໍເກິມຮວາ, ຫົວໜ້າພະແນກ ກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ(VOV5)  ໄດ້ນຳໜ້າຄະນະບັນນາທິການ, ນັກຂ່າວ ລາຍການກະຈາຍສຽງພາກພາສາລາວ ມາອວຍພອນ ຢູ່ສະຖານທູດ ລາວ ປະຈຳ ຫວຽດນາມ, ເຮືອນເລກທີ 40 ຖະໜົນ ກວາງຈຸງ, ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ. ຫວຽດນາມ ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 48 ປີ ພາຍໃຕ້ການຊີ້ນຳນຳພາຂອງ ພັກປະຊາຊົນປະຕິວັດລາວ, ປະເທດ ລາວ ໄດ້ປະຕິບັດສຳເລັດສອງໜ້າທີ່ຍຸດທະສາດ ນັ້ນແມ່ນ ປົກປ້ອງ ແລະ ພັດທະນາປະເທດ ຊາດ. ເປັນຕົ້ນແມ່ນ ພາຍຫຼັງ ພັກວາງອອກນະໂຍບາຍໃໝ່ຢ່າງຮອບດ້ານ, ສປປ.ລາວ ໄດ້ ກ້າວເຂົ້າສູ່ໄລຍະເຕີບໂຕໂດຍໄວ, ຢ່າງຕໍ່ເນື່ອງ ແລະ ມີສະຖຽນລະພາບ ເຊິ່ງໄດ້ນຳປະເທດ ລາວ ໃຫ້ນັບມື້ນັບພັດທະນາກ່ວາເກົ່າ. ທ່ານນາງ ຄຳເພົາ ເອີນທະວັນ ກໍ່ຕີລາຄາສູງ ບັນດາການປະກອບສ່ວນຂອງ VOV ກໍ່ຄື ລາຍການກະຈາຍສຽງ ດ້ວຍ 13 ພາສາ, ໃນນັ້ນ, ມີລາຍການກະຈາຍສຽງ ພາກພາສາລາວ ຂອງ VOV5 ເຂົ້າວຽກງານເຜີຍແຜ່ໂຄສະນາການພົວພັນລະຫວ່າງສອງປະເທດ:

ສ່ວນທ່ານນາງ ຝໍເກິມຮວາ, ຫົວໜ້າພະແນກ ກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ໄດ້ຕີລາຄາສູງ ຂໍ້ລິເລີ່ມສ້າງກອງມູນີທີ ສະໜັບສະໜູນ ປະຊາຊົນ ຫວຽດນາມ ແລະ ລາວ ປະສົບກັບຄວາມຫຍຸ້ງຍາກ:

ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ເມື່ອ ສະຖານທູດ ມີຂໍ້ລິເລີ່ມນັບແຕ່ຕົ້ນອາຍຸການປະຕິບັດງານຂອງທ່ານນາງ, ນັ້ນແມ່ນໃນໂອກາດວັນຊາດປີ 2023, ທາງສະຖານທູດ ບໍ່ຮັບເອົາດອກໄມ້ ແທນທີ່ນັ້ນ ບັນດາອົງການຈະທຳການກູ້ສົນ ເພື່ອຮ່ວມແຮງຮ່ວມໃຈ ກັບສະຖານທູດ ຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ເດັກນ້ອຍເຂດຫ່າງໄກສອກຫຼີກ. ເນື່ອງໃນໂອກາດນີ້, VOV 5 ພວກຂ້າພະເຈົ້າ ກໍ່ຂໍປະກອບສ່ວນຂອງຂວັນເລັກໆນ້ອຍໆ ເພື່ອຕອບສະໜອງຄວາມຮຽກຮ້ອງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ