VOVລົງນາມໃນສັນຍາຮ່ວມມືກັບວິທະຍຸກະຈາຍສຽງຝະລັ່ງ

VOVລົງນາມໃນສັນຍາຮ່ວມມືກັບວິທະຍຸກະຈາຍສຽງຝະລັ່ງ - ảnh 1
(ພິທີລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືລະຫວ່າງ 2 ວິທະຍຸ​ກະຈາຍສຽງ)

(vovworld) –​​ ​​ “ຕັດສິນ​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ສ້າງ​ກຳລັງ​ດຶງ​ດູດ​ຂອງ​ການ​ກະຈາຍສຽງ​ທັນ​ສະ​ໄໝ ​ແລະ ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ລວມຂອງ​ຜູ້ອຳນວຍການ​ໃຫຍ່​ວິທະ​ຍຸ​ກະຈາຍສຽງ ຫວຽດນາມ (VOV) ທ່ານ ຫງວຽນ​ເທ​ກີ ​ແລະ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຝະລັ່ງ (Radio France) ທ່ານ Mathieu Gallet. ທີ່​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ ທ່ານ ຫງວຽນ​ເທ​ກີ ຜູ້ອຳນວຍການ​ໃຫຍ່ VOV ​ໃຫ້​ຮູ້​ວ່າ:

        “VOV ມີ​ການ​ພົວພັນ​ກັບ​ວິທະຍຸ​ກະຈາຍສຽງ ຝະລັ່ງ ​ແຕ່ຫລາຍ​ປີມານີ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ໄລຍະ​ພັດທະນາ​ໃໝ່, ຄວາມ​ຮຽກຮ້ອງ​ຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ວິທະຍຸ​ຕ້ອງ​ຍົກຂຶ້ນ​ສູ່​ບາດກ້າວ​ໃໝ່. ປະຈຸ​ບັນ ພວກ​ເຮົາ​ພວມ​ພັດທະນາ​ລະບົບການ​ເຄື່ອນ​ໄຫວ​ຂອງ VOV ດ້ວຍ 4 ປະ​ເພດ​ສື່​ມວນ​ຊົນ​ລວມມີ: ກະຈາ​ຍສຽງ, ​ໂທລະພາບ, ສື່​ເອ​ເລັກ​ໂຕ​ນິກ, ສື່​ສິ່ງພິມ. ກະຈາຍສຽງ​ເຖິງ​ສາທາລະນະ​ຊົນ​​ໂດຍ​ຜ່ານ ​ໄອ​ແປດ, ​ໂທລະສັບ​ມື​ຖື ຫຼື ກະຈາຍສຽງ​ເຖິງ​ສາທາລະນະ​ຊົນ ​ໂດຍ​ຜ່ານ​ບັນດາ​ຍານພາຫະນະ​​ສາທາລະນະ ​ແລະ ສ່ວນ​ຕົວ. ນັ້ນ​ແມ່ນ​ທິດ​ທາງ ຊຶ່ງ​ໂລກ​ໄດ້​ຜ່ານໄປ​​ແລ້ວ ​ແລະ ກໍ່​ແມ່ນ​ຍຸດ​ທະ​ສາດ​ຂອງ VOV”.

        ຜູ້ອຳນວຍການ​ໃຫຍ່​ທັງ 2 ທ່ານ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືລະຫວ່າງ 2 ວິທະຍຸ​ກະຈາຍສຽງ, ​ໃນ​ນັ້ນ ຢືນຢັນ​ວ່າ: 2 ຝ່າຍ​ຈະ​ແລກປ່ຽນ​ບັນດາ​ລາຍການ​ກະຈາຍສຽງ​ໂດຍ​ບໍ່​ເກັບ​ຄ່າ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ແລກປ່ຽນ​ຄະນະ​ນັກ​ຂ່າວຮ່ວມຜະລິດ​ບັນດາ​ລາຍການ​ກະຈາຍສຽງ, ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ, ປະ​ເທດຊາດ ​ແລະ ປະຊາຊົນ​ຂອງ​ກັນ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ ​ແລະ ຝະລັ່ງ.

ຂ່າວ/ບົດ​ອື່ນ