VOVແລະຄະນະກຳມະການປະຊາຊົນແຂວງດັກລັກເຊັນໂຄງການຮ່ວມມືດ້ານການສື່ສານ

VOVແລະຄະນະກຳມະການປະຊາຊົນແຂວງດັກລັກເຊັນໂຄງການຮ່ວມມືດ້ານການສື່ສານ - ảnh 1
ພິ​ທີ​ລົງ​ນາມ​ລະ​ຫວ່າງ 2 ຝ່າຍ

(vovworld) – ​ວັນ​ທີ 15/12, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ໄດ້​ຈັດ​ຕັ້ງ​ພິ​ທີ​ເຊັນ​ໂຄງ​ການ​ຮ່ວມ​ມື​ດ້ານ​​ການສື່​ສານ. ທີ່​ພິ​ທີ​ລົງ​ນາມ, ທ່ານ ຫງວຽນ​ເທ໋ກີ້, ກຳ​ມະ​ການ​ສູນ​ກາງ​ພັກ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ: ໂຄງ​ການ​ຮ່ວມ​ມືນີ້​ໄດ້​ສະ​ແດງ​ໃຫ​້​ເຫັນ​ນ້ຳ​ໃຈ ແລະ ຄວາມ​ຮັບ​ຜ​ິດ​ຊອບ​​ກ່​ວາ​ອີກຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ສຳ​ລັບ​ແຂວງ ດັກ​ລັງ ເວົ້າ​ສະ​ເພາະ ແລະ ເຂດ​ໄຕ​ງວຽນ ເວົ້າ​ລວມ.

        ດ້ວຍໂຄງ​ການ​ຮ່ວມ​ມື​ດ້ານ​ການ​ສື່​ສານທີ່​ຫາກໍ່​ໄດ້​ຮັບ​ການ​ລົງ​ນາມ​ນີ້, ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູ​ນ​ຂ່າວ​ສານ, ສົມ​ທົບ​ກັນ​ເປັນ​ປະ​ຈຳ ແລະ ແໜ້ນ​ແຟ້ນ​​ການ​ສ້າງ​ເນື້ອ​ໃນ​ການ​ໂຄ​ສະ​ນາ, ຈຸດເວ​ລາ​​ໃຫ້ອອກອ​າ​ກາດ. ໂຄງ​ການ​ຈະ​ຊ່ວຍ​ໃຫ້ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ມີ​ຄວາມ​ສະ​ດວກ​​ກ່​ວາໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​​ສື່​ສານ, ໂຄ​ສະ​ນາ, ເຜີຍ​ແຜ່​ບັນ​ດາ​​ແຜນນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ ແລະ ສະ​ພາບ​ການ​​ດ້ານເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ເຖິງ​ປະ​ຊາ​ຊົນ​ໃນ​ແຂວງ.


ຂ່າວ/ບົດ​ອື່ນ