VPSF 2017 ຊຸກຍູ້ໂຄງການການເຄື່ອນໄຫວເສດຖະກິດພາກເອກະຊົນ

(VOVWORLD) - ນີ້ແມ່ນເຫດການທີ່ສຳຄັນພິເສດສຳລັບເສດຖະກິດພາກເອກະຊົນພາຍໃນປະເທດ.

VPSF 2017 ຊຸກຍູ້ໂຄງການການເຄື່ອນໄຫວເສດຖະກິດພາກເອກະຊົນ - ảnh 1ທ່ານ ເຈືອງຢາບີ່ງ, ຫົວໜ້າຄະນະທີ່ປຶກສາເວທີປາໄສ VPSF

 (ພາບ: VPSF)່

ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ (VPSF) ປີ 2017 ຄາດວ່າ ຈະດຳເນີນໃນທ້າຍເດືອນ ກໍລະກົດ, ພາຍໃຕ້ການເປັນປະທານ ແລະ ບໍລິຫານການໂອ້ລົມສົນທະນາຂອງທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ພ້ອມກັບບັນດາການນຳກະຊວງ, ຂະແໜງການ, ອົງການສາກົນ, ສະມາສະມາຄົມວິສາຫະກິດ ແລະ ຂະແໜງອາຊີບ. ນີ້ແມ່ນເຫດການທີ່ສຳຄັນພິເສດສຳລັບເສດຖະກິດພາກເອກະຊົນພາຍໃນປະເທດ. ດ້ວຍຫົວຂໍ້ວ່າ “ຈາກມະຕິກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ຕະຫຼອດຮອດໂຄງການເຄື່ອນໄຫວຂອງເສດຖະກິດພາກເອກະຊົນ ຫວຽດນາມ”, ປີນີ້, ບັນດາກຸ່ມປະຕິບັດງານຈະສຸມໃສ່ໂອ້ລົມສົນທະນາຢ່າງມີຈຸດສຸມເຂົ້າບັນດາຄາດໝາຍຊຸກຍູ້ຂອງລັດຖະບານຢູ່ບັນດາຂະແໜງປາຍແຫຼມ: ກະສິກຳ, ການທ່ອງທ່ຽວ ແລະ ເສດຖະກິດດີຈີຕອນ. ແລະກໍ່ໃນຂອບເຂດຂອງເວທີປາໄສ VPSF 2017 ນີ້, ເປັນຄັ້ງທຳອິດທີ່ສະມາຄົມວິສາຫະກິດໜຸ່ມ ຫວຽດນາມ ປະກາດການສຳຫຼວດໝວດດັດຊະນີຄວາມໄວ້ເນື້ອເຊື່ອໃຈນັກທຸລະກິດ - CEO.CI, ພາຍໃຕ້ການໜູນຊ່ວຍດ້ານເຕັກນິກຂອງທະນາຄານພັດທະນາ ອາຊີ (ADB). ໝວດດັດຊະນີຄວາມໄວ້ ເນື້ອເຊື່ອໃຈນັກທຸລະກິດ ຈະກາຍເປັນບ່ອນອີງທີ່ສຳຄັນໃນບັນດາການເຄື່ອນໄຫວໂອ້ລົມສົນທະນາ ພາກລັດ - ເອກະຊົນ ຢູ່ VPSF 2017 ແລະ ແມ່ນປັດໄຈພື້ນຖານໃຫ້ແກ່ບັນດາຖະແຫຼງການ, ຂໍ້ສະເໜີແນະ, ທັດສະນະຂອງພາກເອກະຊົນ ຫວຽດນາມ ຢູ່ ປຶ້ມປົກຂາວ VPSF 2017 ທີ່ໄດ້ສະເໜີຕົວໃນທ້າຍເດືອນ ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ