WB ຄາດຄະເນວ່ານັບແຕ່ປີ 2022, ເສດຖະກິດຂອງຫວຽດນາມ ຈະກັບຄືນສູ່ລະດັບຄືນໃນໄລຍະກ່ອນເກີດໂລກລະບາດໂຄວິດ-19

(VOVWORLD) -ການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ອາດຈະບັນລຸປະມານ 4,8% ໃນປີ 2021 ແລະ ກັບຄືນສູ່ລະດັບເຕີບໂຕ GDP ຄືໃນໄລຍະກ່ອນການເກີດໂລກລະບາດຢູ່ໃນລະດັບ 6,5-7% ນັບແຕ່ປີ 2022
WB ຄາດຄະເນວ່ານັບແຕ່ປີ 2022, ເສດຖະກິດຂອງຫວຽດນາມ ຈະກັບຄືນສູ່ລະດັບຄືນໃນໄລຍະກ່ອນເກີດໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: TTXVN)

ໃນບົດລາຍງານອັບເດດສະພາບການເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ລະດູໃບໄມ້ຫຼົ່ນປີ 2021 ປະກາດໃນວັນທີ 28 ກັນຍາ, ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າ ການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ອາດຈະບັນລຸປະມານ 4,8% ໃນປີ 2021 ແລະ ກັບຄືນສູ່ລະດັບເຕີບໂຕ GDP ຄືໃນໄລຍະກ່ອນການເກີດໂລກລະບາດຢູ່ໃນລະດັບ 6,5-7% ນັບແຕ່ປີ 2022 ເປັນຕົ້ນໄປ. ຕາມ WB ແລ້ວ, ການຟື້ນຟູເສດຖະກິດທົ່ວໂລກໄດ້ຮັບການຮັກສາ ຈະຮັບປະກັນໄດ້ຄວາມຕ້ອງການຢ່າງແຮງສຳລັບສິນຄ້າສົ່ງອອກຂອງຫວຽດນາມ ຢູ່ບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ສະຫະພາບເອີລົບ ແລະ ຈີນ.

        ກ່ອນໜ້ານັ້ນ, ໃນບົດລາຍງານອັບເດດເສດຖະກິດມະຫາພາກເດືອນ ກັນຍາ, WB ໃຫ້ຂໍ້ສັງເກດວ່າ ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ຫວຽດນາມ ໃຫ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເຂົ້າໃນພື້ນຖານເສດຖະກິດຍັງໄດ້ຮັບການຮັກສາ. ນັກລົງທຶນ FDI ຍັງເຊື່ອໝັ້ນກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ. ຕາມນັກຊ່ຽວຊານ WB ແລ້ວ, ສາຍເຫດແມ່ນຍ້ອນພື້ນຖານເສດຖະກິດຫວຽດນາມ ຍັງນອນໃນບັນດາປະເທດບັນລຸລະດັບເຕີບໂຕທີ່ດີ (ປີ 2020 ແມ່ນ 2,9%) ເມື່ອເສດຖະກິດຂອງຫຼາຍປະເທດອື່ນຖືກຊຸດໂຊມຢ່າງແຮງ. ນັ້ນແມ່ນສັນຍານຂອງຄວາມສາມາດຟື້ນຟູ, ສະແດງໃຫ້ເຫັນບັນດາພື້ນຖານຂອງພື້ນຖານເສດຖະກິດຫວຽດນາມ ແມ່ນຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ