WB ຄາດ​ຄະ​ເນເສດ​ຖະ​ກິດ ຫວຽດ​ນາມ​ມີລະ​ດັ​ບ ​ເຕີບ​ໂຕ 6,1% ໃນ​ປີ 2024

(VOVWORLD) - ເສດຖະກິດ ຫວຽດນາມ ຄາດວ່າບັນລຸ ລະດັບເຕີບໂຕ 6,1%ໃນປີ 2024 ແລະ 6,5%ໃນປີ 2025 ແລະ 2026, ສູງກ່ວາເມື່ອທຽບໃສ່ກັບລະດັບ 5%ຂອງປີ 2023.
WB ຄາດ​ຄະ​ເນເສດ​ຖະ​ກິດ ຫວຽດ​ນາມ​ມີລະ​ດັ​ບ ​ເຕີບ​ໂຕ 6,1% ໃນ​ປີ 2024 - ảnh 1ບັນດານັກຊ່ຽວຊານຂອງ WB ຢູ່ການຖະແຫຼງຂ່າວ (ພາບ: daibieunhandan.vn)

ລະດັບການເຕີບໂຕເສດຖະກິດຫວຽດນາມ ຄາດວ່າຈະສູງກ່ວາໃນປີ 2024, ຍ້ອນການຟື້ນຟູໃນການເຄື່ອນໄຫວສົ່ງອອກ ສິນຄ້າປະເພດປະດິດສ້າງ, ປຸງແຕ່ງ, ການທ່ອງທ່ຽວ, ການບໍລິໂພກ ແລະ ການລົງທຶນ, ຕາມບົດລາຍງານໃໝ່ຂອງທະນາຄານໂລກ (WB) ທີ່ໄດ້ປະກາດໃນວັນທີ 26 ສິງຫາ ຢູ່ຮ່າໂນ້ຍ. ຕາມນັ້ນແລ້ວ, ເສດຖະກິດ ຫວຽດນາມ ຄາດວ່າບັນລຸ ລະດັບເຕີບໂຕ 6,1%ໃນປີ 2024 ແລະ 6,5%ໃນປີ 2025 ແລະ 2026, ສູງກ່ວາເມື່ອທຽບໃສ່ກັບລະດັບ 5%ຂອງປີ 2023.

ບົດລາຍງານສະແດງໃຫ້ເຫັນຄວາມສາມາດໃນການຮັບມືຂອງເສດຖະກິດ ຫວຽດນາມ ໃນສະພາບການສິ່ງທ້າທາຍທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ. ດ້ວຍຫົວຂໍ້ “ບືນຕົວຂຶ້ນສູ່ລະດັບສູງໃໝ່ໃນຕະຫຼາດທຶນຮອນ”, ບົດລາຍງານໄດ້ຮັບຮູ້ພື້ນຖານເສດຖະກິດ ຍັງບໍ່ທັນກັບຄືນສູ່ລະດັບການເຕີບໂຕຄືໃນໄລຍະກ່ອນເກີດພະຍາດໂຄວິດ - 19. ດັ່ງນັ້ນ ຕ້ອງຍູ້ແຮງການລົງທຶນສາທາລະນະ ເພື່ອທັງກະຕຸກຊຸກຍູ້ໃນໄລຍະສັ້ນ, ທັງປະກອບສ່ວນແກ້ໄຂບັນດາບັນຫາຂາດເຂີນພື້ນຖານໂຄງລ່າງ - ພິເສດແມ່ນໃນຂົງເຂດພະລັງງານ, ຄົມມະນາຄົມ ແລະ logistics -  ທຶນພວມແມ່ນບັນຫາກີດຂວາງການເຕີບໂຕ. ໄປຄຽງຄູ່ກັນນັ້ນ, ບົດລາຍງານກໍ່ຖືວ່າຕ້ອງຕິດຕາມຄຸນນະພາບຊັບສິນຂອງບັນດາທະນາຄານຢ່າງໃກ້ຊິດຍ້ອນໜິ້ເສຍພວມມີທ່າອ່ຽງເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ