WB ຊ່ວຍເຫຼືອເງິນ 6,5 ລ້ານ USD ເພື່ອຊ່ວຍໜູນອາຊີບການປະມົງ ຂອງຫວຽດນາມ

WB ຊ່ວຍເຫຼືອເງິນ 6,5 ລ້ານ USD ເພື່ອຊ່ວຍໜູນອາຊີບການປະມົງ ຂອງຫວຽດນາມ  - ảnh 1
(ພາບປະກອບ)

Vovworld- ວັນທີ 30/3, ທະນາຄານ​ໂລກ(WB) ໄດ້ເຊັນອະນຸມັດບ້ວງເງິນຊ່ວຍ​ເຫຼືອ​ເພີ່ມເຕີມລວມມຸນຄ່າ 6,5 ລ້ານ USD ເພື່ອຊ່ວຍໜູນການຄຸ້ມຄອງ ອາຊີບການປະມົງແຄມທະເລແບບຍືນຍົງຂອງຫວຽດນາມ. ບ້ວງເງິນຊ່ວຍ​ເຫຼືອ​ດັ່ງກ່າວ ຈະຊ່ວຍວາງແຜນກຳນົດບັນດາບໍລິເວນແຄມທະເລ ແລະ ຄຸ້ມຄອງ ການຂຸດຄົ້ນສິນໃນນ້ຳແຄມຝັ່ງ. ໂຄງການນີ້ ຊະຊ່ວຍເຫຼືອໂດຍກົງ ບັນດາກຸ່ມຊຸມ​ຊົນ​ທີ່​ທຸກ​ຍາກ​ຢູ່​ບັນດາ​ແຂວງ ກາ​ເມົາ, ຊອກ​ຈັງ, ​ແຄ້ງ​ຮ່ວາ, ຟູ້ອຽນ, ບີ​ງດິ້ງ​, ຮ່າ​ຕິ້ງ, ​ເງະ​ອານ ​ແລະ ​ແທງ​ຮ້ວາ ​ໃນ​ການ​ສ້າງ​ແຜນການ ​ແລະ ຜັນ​ຂະຫຍາຍ​ແຜນການຄຸ້ມຄອງ ອາຊີບການປະມົງແຄມທະເລ, ຜ່ານ​ນັ້ນ ກໍ​ເປັນ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ຈຸດໝາຍ​ເພີ່ມ​ທະວີການຄຸ້ມຄອງ ອາຊີບການປະມົງ ແຄມທະເລ​ແບບ​ຍືນ​ຍົງ​ໃນ​ເຂດ​ມີ​ໂຄງການ
ຂ່າວ/ບົດ​ອື່ນ