WB ຍົກ​ໃຫ້​ເຫັນ​ ​ບັນ​ດາ​ປັດ​ໄຈ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ

(VOVWORLD) -WB ໄດ້ຕີລາຄາສະພາບການເຕີບໂຕໃນປີ 2021 ຂອງ ຫວຽດນາມ ຈະອີ່ງໃສ່ເລື່ອງ ອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມການລະບາດຄັ້ງໃໝ່ຂອງໂລກລະບາດໂຄວິດ - 19 ໃຫ້ເປັນຢ່່າງດີ ແລະ ໄວຄືແນວໃດ, ກໍ່ຄືເວລາຜັນຂະຫຍາຍການສັກວິກຊິນພາຍໃນປະເທດ ແລະ ໃນໂລກ. 
WB ຍົກ​ໃຫ້​ເຫັນ​ ​ບັນ​ດາ​ປັດ​ໄຈ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ຫວ່າງແລ້ວນີ້, ທະນາຄານໂລກ (WB) ໄດ້ໃຫ້ຂໍ້ສັງເກດວ່າ ແງ່ຫວັງເຕີບໂຕເສດຖະກິດຂອງ ຫວຽດນາມ ຈະອີ່ງໃສ່ຄວາມຄືບໜ້າຂອງການຄວບຄຸມໂລກລະບາດໂຄວິດ - 19, ກໍ່ຄືສະພາບການຜັນຂະຫຍາຍວັກຊິນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນບົດລາຍງານຕິດຕາມກວດກາມະຫາພາກ ຫວຽດນາມ, WB ຖືວ່າ ມູນຄ່າສ່ວນເກີນຄ້າຂາຍສິນຄ້າ ຂອງ ຫວຽດນາມ ໃນເດືອນ 1 ຄາດວ່າບັນລຸໄດ້ 1,1 ຕື້ USD. ມູນຄ່າການຜະລິດອຸດສາຫະກຳຂອງ ຫວຽດນາມ ໃນເດືອນ ມັງກອນເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ເຊິ່ງແມ່ນລະດັບການເຕີບໂຕສູງທີ່ສຸດນັບຕົ້ນປີ 2019ມາຮອດປັດຈຸບັນ. ວົງເງິນການສົ່ງອອກ ແລະ ນຳເຂົ້າສິນຄ້າ ເພີ່ມຂຶ້ນຕາມລຳດັບແມ່ນ 51,8% ແລະ 41,8% ເມື່ອທຽບໃສ່ກັບໄລຍະດຽວກັນປີ 2020. ການສົ່ງອອກໄປຍັງອາເມລິກາ ແລະ ຈີນ ສືບຕໍ່ເພີ່ມຂຶ້ນຢ່າງແຮງໃນປີ 2020, ໃນຂະນະນັ້ນການສົ່ງອອກໄປຍັງ ສະຫະພາບ ເອີລົບ (EU), ອາຊຽນ, ຍີ່ປຸ່ນ ແລະ ສ.ເກົາຫຼີກໍ່ເພີ່ມຂຶ້ນຢ່າງແຮງ.

        WB ໄດ້ຕີລາຄາສະພາບການເຕີບໂຕໃນປີ 2021 ຂອງ ຫວຽດນາມ ຈະອີ່ງໃສ່ເລື່ອງ ອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມການລະບາດຄັ້ງໃໝ່ຂອງໂລກລະບາດໂຄວິດ - 19 ໃຫ້ເປັນຢ່່າງດີ ແລະ ໄວຄືແນວໃດ, ກໍ່ຄືເວລາຜັນຂະຫຍາຍການສັກວິກຊິນພາຍໃນປະເທດ ແລະ ໃນໂລກ. ຖ້າຫາກວ່າ ວິກິດການສືບຕໍ່ແກ່ຍາວ, ລັດຖະບານອາດຈະຕ້ອງຊັ່ງຊາໜູນຊ່ວຍເສດຖະກິດດ້ວຍບັນດາມາດຕະການດ້ານການເງິນ ແລະ ເງິນຕາຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ