WB ຕີລາຄາສູງການ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຂອງ ຫວຽດນາມ

WB ຕີລາຄາສູງການ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ຂອງ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕາມ​ທ່ານ Axel van Trosenburg, ຮອງ​ປະທານ​ທະນາຄານ​ໂລກ (WB) ​ຜູ້​ຮັບຜິດຊອບ​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຝີ​ກແລ້ວ, ຫວຽດນາມ ບັນລຸໄດ້ຜົນ​ສຳ​ເລັດ​ໃນ​ບັນດາ​ໂຄງການ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຈາກ​ນັ້ນ​ສ້າງ​ພື້ນຖານ​ສຳຄັນ​​ໃຫ້​ຄູ່​ເຈລະຈາ ​ແລະ ​​ເປີດ​ກວ້າງ​ການ​ຮ່ວມ​ມື. ​ໃນ 5 ປີຜ່ານມາ, ຈຳນວນ​ທຶນ​ເຊິ່ງ WB ​ໃຫ້​ໂຄງການຕ່າງໆ​ຂອງ​ຫວຽດນາມ ​ໃຫ້​ກູ້​ຢື່ມໃຫ້​​ແກ່ຫວຽດນາມ ​ໄດ້ຂຶ້ນ​​ເຖິງ 1,9 ຕື້ USD ​ແລະ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງຈະ​ມີ​ຫຼາຍ​ໂຄງການ​​ໄດ້​ຮັບ​ທຶນກູ້​ຢື່ມຈາກ WB ກວ່າ​ອີກ. ​ໃນ​ການຕອບສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​​ຫວ່າງ​​ແລ້ວນີ້, ທ່ານ Trosenburg ຢືນຢັນ​ວ່າ WB ຈະ​ສືບ​ຕໍ່​ສະ​ໜັບສະ​ໜູນບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ຢ່າງ​ແຮງ​ ​ເພື່ອ​​ໃຫ້​ຫວຽດນາມ ສາມາດ​ຮັບ​ແຫຼ່ງທຶນ​ກູ້​ຢື່ມຈາກ WB ຕື່ມ​ອີກ​ເພື່ອນຳໃຊ້​ແຫຼ່ງທຶນ​ດັ່ງກ່າວ​​ໃຫ້​ສຳ​ເລັດ ​ແລະ ມີ​ປະສິດທິ​ຜົນ.

        ທ່ານ​ຮອງ​ປະທານ WB ກໍ່​ເອົາ​ໃຈ​ໃສ່​​ວ່າ, ​ເພື່ອກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ພັດທະນາ, ຫວຽດນາມ ຕ້ອງ​ສ້າງ​ລະບົບ​ບັນດາລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ຢ່າງ​ແຮງ, ປະຕິ​ຮູບລະບົບ​ການ​ເງິນ, ສຸມ​ໃສ່​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ບຳລຸງ​ສ້າງ...

ຂ່າວ/ບົດ​ອື່ນ