WB ພ້ອມ​ແລ້ວ​ທີ່​ຈະ​ອຸ​ປະ​ຖຳ​ໂດ​ຍ​ດ່ວນ​ໃຫ້​ແກ່​ປະ​ມານ 30 ປະ​ເທດຢູ່ ອາ​ຟະ​ລິ​ກາ ໄດ້​ສຳ​ຜັດ​ກັບ​ວັກ​ຊິນ

(VOVWORLD) -  ທະນາຄານໂລກ (WB) ພ້ອມແລ້ວທີ່ຈະອຸປະຖຳໂດຍດ່ວນ ເພື່ອໃຫ້ປະມານ 30 ປະເທດຢູ່ທະວີບ ອາຟະລິກາ ໄດ້ສຳຜັດກັບວັກຊິນກັນພະຍາດໂຄວິດ - 19, ໃນສະພາບການທີ່ທະວີບນີ້ ພວມມານະພະຍາຍາມຮັບປະກັນໃຫ້ມີວັກຊິນ ແລະ ເລີ່ມດຳເນີນການສັກວັກຊິນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ.
WB ພ້ອມ​ແລ້ວ​ທີ່​ຈະ​ອຸ​ປະ​ຖຳ​ໂດ​ຍ​ດ່ວນ​ໃຫ້​ແກ່​ປະ​ມານ 30 ປະ​ເທດຢູ່ ອາ​ຟະ​ລິ​ກາ ໄດ້​ສຳ​ຜັດ​ກັບ​ວັກ​ຊິນ - ảnh 1ການສັກວັກຊິນທີ່ ໂຮງໝໍ Cape Town ຢູ່ ອາຟະລິກາໃຕ້ (ພາບ: TTXVN)

ໄລ່ມາຮອດປັດຈຸບັນ, ມີໜ້ອຍປະເທດຢູ່ທະວີບ ອາຟະລິກາ ທີ່ຜັນຂະຫຍາຍໂຄງການສັກວັກຊິນກັນພະຍາດໂຄວິດ - 19 ແບບທົ່ວເຖິງ, ໃນຂະນະທີ່ມີບາງປະເທດທີ່ຢູ່ເຂດຮັ່ງມີກວ່າໃນໂລກ ໄດ້ສັກວັກຊິນນັບລ້ານໂດສ. ຫຼາຍປະເທດ ອາຟະລິກາ ຕ້ອງອີງໃສ່ວັກຊິນຜ່ານໂຄງການຈຳໜ່າຍວັກຊິນທົ່ວໂລກ (COVAX) ໂດຍອົງການອະນາໄມໂລກ (WHO) ນຳໜ້າ. ໃນອາທິດໜ້າ, ງວດວັກຊິນທຳອິດຂອງໂຄງການ COVAX ໄດ້ສົ່ງໄປຍັງ Ghana. WB ໃຫ້ຮູ້ວ່າ ບັນດາໂຄງການອຸປະຖຳນີ້ ໄດ້ຮັບການກະກຽມໃຫ້ແກ່ບັນດາປະເທດ ອາຟະລິກາ, ໃນນັ້ນ ມີ ສາທາລະນະລັດ ປະຊາທິປະໄຕ ກົງໂກ, ເອທີໂອປີ, ນີເຊ, ໂມຊຳບິກ, ຕຸຍນີຊີ, ເອວາຕີນີ, ຣູວັນດາ ແລະ ເຊເນການ.


ຕອບກັບ

ຂ່າວ/ບົດ​ອື່ນ