WB ເລີ່ມປະຕິບັດໂຄງການ 102 ລ້ານ USD ໜູນຊ່ວຍຫວຽດນາມປະຢັດພະລັງງານໃນຂະແໜງອຸດສາຫະກຳ

(VOVWORLD) - ໃນຂອບເຂດໂຄງການດັ່ງກ່າວ, ບັນດາວິສາຫະກິດອຸດສາຫະກຳອາດຈະສຳພັດຈາກແຫຼ່ງທຶນໃໝ່ ເພື່ອລົງທຶນສຳລັບບັນດາເຕັກໂນໂລຊີປະຢັດພະລັງງານ ແລະ ການຜະລິດ

ວັນທີ 05 ມີນາ, ທະນາຄານໂລກ (WB) ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ເລີ່ມປະຕິບັດໂຄງການຢ່າງເປັນທາງການເພື່ອແນໃສ່ໜູນຊ່ວຍໃຫ້ບັນດາຄວາມມານະພະຍາຍາມຂອງບັນດາວິສາຫະກິດອຸດສາຫະກຳ ໃນການນຳໃຊ້ບັນດາເຕັກນິກ ແລະ ລະບຽບການກ່ຽວກັບການປະຢັດພະລັງງານ ດ້ວຍຍອດມູນຄ່າ 102 ລ້ານ USD.

        ໃນຂອບເຂດໂຄງການດັ່ງກ່າວ, ບັນດາວິສາຫະກິດອຸດສາຫະກຳອາດຈະສຳພັດຈາກແຫຼ່ງທຶນໃໝ່ ເພື່ອລົງທຶນສຳລັບບັນດາເຕັກໂນໂລຊີປະຢັດພະລັງງານ ແລະ ການຜະລິດ, ຈາກນັ້ນຫຼຸດຜ່ອນການນຳໃຊ້ພະລັງງານ ແລະ ລາຍຈ່າຍໃນການຜະລິດໃຫ້ດີທີ່ສຸດ, ເພີ່ມຄວາມສາມາດແກ່ງແຍ້ງສັງລວມຂອງວິສາຫະກິດຢູ່ຕະຫຼາດພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ