WB: ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ເຕີບ​ໂຕເປັນບວກ​ໃນ​ປີ 2021

(VOVWORLD) -        ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ໂດຍທະນາຄານໂລກປະກາດໃນວັນທີ 5 ມັງກອນ, ພື້ນຖານເສດຖະກິດຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ໄດ້ຮັບການຄາດຄະເນວ່າຈະເຕີບໂຕເປັນບວກໃນປີ 2021. 
WB: ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ເຕີບ​ໂຕເປັນບວກ​ໃນ​ປີ 2021 - ảnh 1(ພາບປະກອບ: laodong.vn)

ຫວຽດນາມ ແລະ ມາເລເຊຍ ຈະບັນລຸລະດັບເຕີບໂຕສູງສຸດໃນພາກພື້ນ ແມ່ນ 6,7%; ໃນຂະນະ ທີ່ອິນໂດເນເຊຍ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ຈະມີການເຕີບໂຕປະມານ 4,4%. ບັນດາພື້ນຖານເສດຖະກິດທີ່ພວມປະເຊີນໜ້າກັບສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19 ຄື ຟີລິບປິນ, ໄທ ແລະ ມຽນມາ ຈະມີການເຕີບໂຕຕາມລຳດັບ 5,9%, 4% ແລະ 2%.

        ເຖິງວ່າໄດ້ຮັບການຄາດຄະເນວ່າ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ທັງໝົດຈະມີການເຕີບໂຕເປັນບວກໃນປີ 2021 ນີ້ກໍຕາມ ແຕ່ ທະນາຄານໂລກກໍໃຫ້ຄຳກ່າວເຕືອນວ່າ ວິວັດການຟື້ນຟູເສດຖະກິດ ຈະບອບບາງທີ່ສຸດ. ສາຍເຫດຕົ້ນຕໍແມ່ນ ຍ້ອນໂລກລະບາດໂຄວິດ -19 ອາດຈະມີການຜັນແປສັບສົນ ແລະ ສືບຕໍ່ແກ່ຍາວຢູ່ພາກພື້ນນີ້, ໃນຂະນະນັ້ນ ການສຳຜັດ ແລະ ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19 ຍັງດຳເນີນຢ່າງຊັກຊ້າ… ນອກຈາກນັ້ນ ຍັງໄດ້ຮັບຜົນສະທ້ອນຈາກສະພາບການຄ້າໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ