WB ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ມີສັນຍານຕັ້ງໜ້າຫຼາຍຢ່າງໃນປີ 2022

(VOVWORLD) -ເລີ່ມຕົ້ນປີ 2022, ພື້ນຖານເສດຖະກິດ ຫວຽດນາມ ມີສັນຍານຕັ້ງໜ້າຫຼາຍຢ່າງ
WB ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ມີສັນຍານຕັ້ງໜ້າຫຼາຍຢ່າງໃນປີ 2022 - ảnh 1ຍອດການຂາຍຍ່ອຍ ແລະ ລາຍຮັບການບໍລິການໃຊ້ສອຍ ເປັນຄັ້ງທຳອິດທີ່ມີການເຕີບໂຕເປັນບວກ
(ພາບປະກອບ: TTXVN)

ໃນບົດລາຍງານອັບເດັດກ່ຽວກັບເສດຖະກິດມະຫາພາກ ຫວຽດນາມ ເດືອນ ກຸມພາ 2022, ທະນາຄານໂລກ (WB) ເນັ້ນໜັກວ່າ ເລີ່ມຕົ້ນປີ 2022, ພື້ນຖານເສດຖະກິດ ຫວຽດນາມ ມີສັນຍານຕັ້ງໜ້າຫຼາຍຢ່າງ: ດັດຊະນີການຜະລິດອຸດສາຫະກຳສືບຕໍ່ເພີ່ມຂຶ້ນ; ຍອດການຂາຍຍ່ອຍ ແລະ ລາຍຮັບການບໍລິການໃຊ້ສອຍ ເປັນຄັ້ງທຳອິດທີ່ມີການເຕີບໂຕເປັນບວກນັບແຕ່ເກີດໂລກລະບາດມາ ເມື່ອທຽບໃສ່ປີ 2021… ຕາມ WB ແລ້ວ, ບັນດາດັດຊະນີປ່ຽນແປງຂອງເສດຖະກິດ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນຢ່າງແຮງ ກ່ອນບຸນປີໃໝ່ປະຈຳຊາດ ປີຂານ ຍ້ອນອັດຕາສັກວັກຊິນໃຫ້ແກ່ພົນລະເມືອງກາຍ 73%. ໃນເດືອນ ມັງກອນ 2022, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ໄລຍະ 2022 – 2023 ໄດ້ປະກາດໃຊ້. ໃນນັ້ນ ມີບັນດາການໜູນຊ່ວຍຕົ້ນຕໍລວມມີ: ສືບຕໍ່ ຕໍ່ກຳນົດເວລາເສຍພາສີອາກອນ ແລະ ເງິນເຊົ່າທີ່ດິນ, ຫຼຸດພາສີສົ່ງອອກມູນຄ່າເພີ່ມ (VAT) 2%.

ຕອບກັບ

ຂ່າວ/ບົດ​ອື່ນ