WBຕີລາຄາສູງແງ່ຫວັງເຕີບໂຕເສດຖະກິດຂອງຫວຽດນາມ

WBຕີລາຄາສູງແງ່ຫວັງເຕີບໂຕເສດຖະກິດຂອງຫວຽດນາມ - ảnh 1
ພາບປະກອບ

(vovworld) –  ບົດ​ລາຍ​ງານ “​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ” ມໍ່ໆ​ມາ​ນີ້​ຂອງ​ທະນາຄານ​ໂລກ (WB) ​ໃຫ້​ຮູ້​ວ່າ: ຫວຽດນາມ ພ້ອມ​ກັບ 5 ພື້ນຖານ​ເສດຖະກິດ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ອື່ນ ​ແມ່ນ​ບັນດາ​ປະ​ເທດ​ມີ​ລະດັບການ​ເຕີບ​ໂຕ​ສູງ​ໃນ​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ. ​ໃນ​ບົດ​ລາຍ​ງານ​ດັ່ງກ່າວ, WB ຕີ​ລາຄາ ຫວຽດນາມ ​ໄດ້​ຍູ້​ແຮງ​ບັນດາ​ຄວາມ​ມານະ​ພະຍາຍາມ​ພັດທະນາ, ຊຸກຍູ້​ການ​ຫັນ​ເປັນ​ເອກະ​ຊົນ, ພ້ອມ​ທັງທ່ວງທັນກັບ​ບາງ​ປະ​ເທດ​ໃກ້​ຄຽງ. ​ໃນ​ຊຸມ​ປີ​ຜ່ານ​ມາ, ລັດຖະບານ ຫວຽດນາມ ​ໄດ້​ຊຸກຍູ້​ການ​ຫັນ​ເປັນ​ເອກະ​ຊົນ ​ແລະ ພາກ​ລັດ ປະຈຸ​ບັນ​ກວ​ມພຽ​ງ 40% ພື້ນຖານ​ເສດຖະກິດ. ກະສິກຳ ຫວຽດນາມ ກໍ່​ໄດ້​ຫລຸດອັດ​ຕາ​ສ່ວນ​ໃນ​ພື້ນຖານ​ເສດຖະກິດຂະນະ​ທີ່​ກວມ​ພຽງ 18% ຍອດຜະລິດ​ຕະພັນ​ພາຍ​ໃນ (GDP) ​ເມື່ອ​ທ້າຍ​ປີ 2015, ​ໃນ​ຂະນະ​ທີ່​ຂະ​ແໜງ​ຜະລິດ ​ແລະ ບໍລິການ​ກວມ​ເຖິງ 82%. ຄຽງ​ຄູ່​ກັນ​ນັ້ນ, ພາກ​ເອກະ​ຊົນ​ຂອງ ຫວຽດນາມ ພວມ​ເຕີບ​ໂຕ​ໂດຍ​ອີງ​ໃສ່​ປະຊາກ​ອນ ​ແລະ ກຳລັງ​​ແຮງ​ງານ​ນັບ​ມື້​ນັບ​ອຸດົມ​ສົມບູນ, ທັນ​ຍາ​ຫານ​ກໍ່​ເພີ່ມ​ຂຶ້ນ ​ແລະ ລາຄາ​ໃຊ້​ສອຍ​ຖືກ​ຮັກສາ​​ເປັນ​ປົກກະຕິ​ໃນ​ລະດັບ​ຕຳ່.


ຂ່າວ/ບົດ​ອື່ນ