WBຖືເປັນສຳຄັນການພົວພັນຮ່ວມມືແລະຈະສືບຕໍ່ໜູນຊ່ວຍຫວຽດນາມ

WBຖືເປັນສຳຄັນການພົວພັນຮ່ວມມືແລະຈະສືບຕໍ່ໜູນຊ່ວຍຫວຽດນາມ - ảnh 1
ທ່ານ​ນາງ ​ເຈືອງ​ທິມາຍ ຫົວ​ໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ
​ສູນ​ກາງ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa
(ພາບ: VTV)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 26/07 ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ນາງ ​ເຈືອງ​ທິມາຍ ຫົວ​ໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa ຮອງ​ປະທານ​ທະນາຄານ​ໂລກ ຮັບຜິດຊອບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກ. ທີ່​ການ​ຕ້ອນຮັບ ທ່ານນາງ ​ເຈືອງ​ທິມາຍ ຊົມ​ເຊີຍ​ບັນດາ​ການ​ພັດທະນາ​​ໃໝ່​ຂອງ​ການ​ພົວພັນ​ຮ່ວມມືລະຫວ່າງ ຫວຽດນາມ - ທະນາຄານ​ໂລກ (WB) ຢ່າງ​ແທ້​ຈິງ ​ແລະ ມີ​ປະສິດທິ​ຜົນ ​ແລະ ບົດບາດ​ສ່ວນ​ຕົວ​ຂອງ​ທ່ານ​ນາງ Victoria Kwakwa, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ ຊ່ວຍ​ເສດຖະກິດ​ມະຫາ​ພາກ ຫວຽດນາມ ​ເປັນ​ປົກກະຕິ, ຮັບ​ມື​ຕໍ່​ຜົນ​ກະທົບ​ຂອງ​ວິ​ກິດການການ​ເງິນ ​ແລະ ຕ້ານການ​ຊຸດ​ໂຊມ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ ​​ເຈືອງ​ທິມາຍ ກໍ່ຕີ​ລາຄາ​ສູງ​ບົດບາດ​ຂອງ WB ​ໃນ​ເລື່ອງປຸກລະດົມ​ບັນດາ​ແຫຼ່ງທຶນ​ສາກົນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ,ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ​ໃຫ້ການ​ປະຕິ​ຮູບ​ທີ່​ຈຳ​ເປັນໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ. ສວ່ນທ່ານ​ນາງ Victoria Kwakwa ຢືນຢັນ​ວ່າ: WB ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື ​ແລະ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ບໍ່​ພຽງ​ແຕ່​ໃນ​ການ​ສຳຜັດກັບ​ບັນດາ​ແຫຼ່ງທຶນ​ສາກົນຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ສະໜອງ​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຊ່ວຍ ຫວຽດນາມ ປັບປຸງ​ນະ​ໂຍບາຍ​ພັດທະນາ​ອີກ​ດ້ວຍ.

 

 

ຂ່າວ/ບົດ​ອື່ນ