WBຮ່ວມເດີນທາງ,ສະໜັບສະໜູນຫວຽດນາມຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ

WBຮ່ວມເດີນທາງ,ສະໜັບສະໜູນຫວຽດນາມຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Rachel Kyte, ຮອງ​ປະທານ​ທະນາຄານ​ໂລກ  (ພາບ:TTXVN)     

 (vovworld) – ຕອນ​ບ່າຍ​ວັນ​ທີ 25/8, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Rachel Kyte, ຮອງ​ປະທານ​ທະນາຄານ​ໂລກ (World Bank) ພວມ​ມີໜ້າ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ຊອກ​ຫາ ​ແລະ ໜູນ​ຊ່ວຍ ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​​ແປງ​ດິນ​ຟ້າ​ອາ​ກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ນາງ Rachel Kyte, ຊົມ​ເຊີຍ​ທ່ານ​ນາງ​ໄດ້​ໄປ​ສຳ​ຫຼວດ ​ແລະ ສືບ​ຕໍ່​ກຳ​ແໜ້ນ​ສະພາບ​ການ​ກ່ຽວ​ກັບ​ບັນດາ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ, ຂອບ​ອົບ​ຂອບ​​ໃຈ WB ​ໄດ້​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຫລຸດຜ່ອນ ​ແລະ ຮັບ​ມື​ກັບ​ບັນດາ​ຜົນ​ຮ້າຍ​ໂດຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍ່​ຄື​ໄດ້​ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ຫຼາຍ​ຈຸດໝາຍ​ສະ​ຫັດ​ສະ​ວັດ. ສ່ວນ​ທ່ານ​ນາງ Rachel Kyte ​ໃຫ້​ຮູ້​ວ່າ ​ໄດ້​ມີ​ການ​ສຳ​ຫຼວດມີ​ໝາກຜົນ ​ແລະ ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນດ້ວຍ​ການ​ຮັບ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພ້ອມ​ທັງ​ຢືນຢັນ WB ຈະ​ເຄື່ອນ​ໄຫວ​ຢ່າງ​ແຮງ​ເພື່ອ​ຊ່ວຍ​ເຫຼືອ ຫວຽດນາມ ຮັບ​ມື​ກັບ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ.

WBຮ່ວມເດີນທາງ,ສະໜັບສະໜູນຫວຽດນາມຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ - ảnh 2
ການ​ໂອ້​ລົມ​ສົນທະນາໃນວັນທີ 25/8
(ພາບ: baodautu)

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ໃນ​ວັນ​ທີ 25/8, ຢູ່​ຮ່າ​ໂນ້ຍ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ທ່ານ​ນາງ Rachel Kyte, ຮອງ​ປະທານ​ທະນາຄານ​ໂລກ ຮັບຜິດຊອບ​ກ່ຽວ​ກັບ​ຂົງ​ເຂດ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເປັນ​ປະທານ. ກ່າວ​ຄຳ​ເຫັນ​​ໄຂ​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຊີ້​ແຈ້ງວ່າ: ຫວຽດນາມ ພວມ​ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ໂຄງ​ປະ​ກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​​ແຮງ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ແກ່ງ​ແຍ້​ງ​ແຫ່ງ​ຊາດ. ​ໃນ​ວິວັດ​ທະນາການ​ນີ້, ​ການເປັ​ນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ, ມີ​ຜົນ​ສະທ້ອນ​ໃຫຍ່​ຫຼວງ, ການ​ພົວພັນ, ສົ່ງຜົນ​ກະທົບ​ຕໍ່​ກັນ​ດ້ວຍບັນດາ​ປັດ​ໄຈ​ພັດທະນາ ​ແລະ ບົດບາດ​ສຳຄັນ​ຕັດສິນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​. ​ໃນ​ຖານະ​ເປັນ​ຜູ້ນຳ, ທູດ​ພິ​ເສດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງ​ທະນາຄານ​ໂລກ, ທ່ານ​ນາງ Rachel Kyte ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​ເພື່ອ​ສຳ​ຫຼວດສະພາບ​ຕົວ​ຈິງ​ຂອງ​ຜົນ​ສະທ້ອນ ​ແລະ ຄວາມ​ສ່ຽງ​ຂອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດສຳລັບ ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນທະນາ, 2 ຝ່າຍ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຮ່ວມ​ມື ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກ່ວາ​ອີກ, ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ ຫວຽດນາມ ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ຜົນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ການ​ເຕີບ​ໂຕ​ຂຽວ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ