WEA ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ

(VOVWORLD) - ວັນທີ 06 ເມສາ, ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການເຮັດວຽກກັບທ່ານປະລິນຍາເອກ Thomas Schirrmatcher, ສັງຄະນາຍົກ, ເລຂາທິການໃຫຍ່ ສະຫະພັນເຜີຍແຜ່ສາສະໜາ ໂປແຕສະຕັງ  (WEA).
WEA ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ເນັ້ນໜັກວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຮັບປະກັນ ແລະ ຊຸກຍູ້ສິດເສລີໃນການເຊື່ອຖືສາສະໜາ, ການເຫຼື້ອມໃສຂອງປະຊາຊົນທຸກຄົນ, ຮັບປະກັນຄວາມສະເໝີພາບ, ບໍ່ຈຳແນກການປະພຶດກັບທຸກສາສະໜາ. ບັນດາສາສະໜາຢູ່ຫວດຽດນາມ, ໃນນັ້ນ ມີສາສະໜາ ໂປແຕສະຕັງ, ມີເງື່ອນໄຂສະດວກເພື່ອເຄື່ອນໄຫວ, ພັດທະນາຢ່າງປອດໃສ, ປະກອບສ່ວນເຂົ້າໃນການສ້າງ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໂອ້ລົມສົນທະນາ ແລະ ຮ່ວມມືກ່ຽວກັບບັນຫາສິດທິມະນຸດ, ສິດເສລີໃນການເຊື່ອຖືສາສະໜາຂອງບັນດາປະເທດ ກໍຄືບັນດາອົງການຈັດຕັ້ງໃນຂົງເຂດນີ້ ບົນເນື້ອໃນຈິດໃຈເຄົາລົບ ແລະ ເຂົ້າໃຈເຊິ່ງກັນແລະກັນ.

        ສ່ວນຝ່າຍ WEA, ທ່ານ Thomas Schirrmacher ສະແດງຄວາມປະທັບໃຈຕໍ່ນະໂຍບາຍ, ກົດໝາຍ ແລະ ຜົນງານຂອງ ຫວຽດນາມ ໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ, ໃນນັ້ນ ມີສິດເສລີໃນການເຊື່ອຖືສາສະໜາ, ກໍຄື ຈິດໃຈໂອ້ລົມສົນທະນາຢ່າງເປີດອົກເປີດໃຈ, ສ້າງສັນ ແລະ ຈິງໃຈຂອງທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໃນຂົງເຂດນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ