WEF 2020: ອາ​ເມ​ລິ​ກາ ​ແລະ ອີ​ຢູ ປຶກສາ​ຫາລື​ກ່ຽວກັບ​ການ​ຄ້າ​ສອງ​ຝ່າຍ

(VOVWORLD) -ສອງຝ່າຍຈະປຶກສາຫາລືກ່ຽວກັບຂໍ້ຕົກລົງການຄ້າທີ່ດີງາມ ແລະ ກ່ຽວກັບຫຼາຍບັນຫາອື່ນໆອີກ
WEF 2020: ອາ​ເມ​ລິ​ກາ ​ແລະ ອີ​ຢູ ປຶກສາ​ຫາລື​ກ່ຽວກັບ​ການ​ຄ້າ​ສອງ​ຝ່າຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັບທ່ານນາງປະທານສະພາເອີຣົບ (EC) Ursula von der Leyen  (ພາບ: EPA)

        ວັນທີ 21 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ພົບປະກັບທ່ານນາງປະທານສະພາເອີຣົບ (EC) Ursula von der Leyen ຢູ່ນອກອງປະຊຸມເວທີປາໄສເສດຖະກິດໂລກ ຄັ້ງທີ 50 (WEF 2020) ຢູ່ Davos, ປະເທດ ສະວິດ ເພື່ອແນໃສ່ປຶກສາຫາລື ມຸ່ງໄປເຖິງຂໍ້ຕົກລົງການຄ້າສອງຝ່າຍ.

        ເມື່ອກ່າວຄໍາເຫັນຕໍ່ໜ້າວົງການນັກຂ່າວ ກ່ອນທີ່ຈະດໍາເນີນກອງປະຊຸມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ສອງຝ່າຍຈະປຶກສາຫາລືກ່ຽວກັບຂໍ້ຕົກລົງການຄ້າທີ່ດີງາມ ແລະ ກ່ຽວກັບຫຼາຍບັນຫາອື່ນໆອີກ. ສ່ວນທ່ານນາງ von der Leyen ຢັ້ງຢືນວ່າ ອາເມລິກາ ແລະ ເອີຣົບ “ແມ່ນເພື່ອນທີ່ດີຕໍ່ກັນ”.


ຕອບກັບ

ຂ່າວ/ບົດ​ອື່ນ