WEF 2023: ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມເວທີປາໄສ ກ່ຽວກັບການເງິນສີຂຽວ ແລະ ພັດທະນາແບບຍືນຍົງຢູ່ ສະວິດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ສົນທະນາກັບບັນດາກຸ່ມບໍລິສັດ/ກອງທຶນ ກ່ຽວກັບການຫັນເປັນດີຈີຕອນ, ເລີ່ມຕົ້ນທຸລະກິດປະດິດຄິດສ້າງ
WEF 2023: ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ເຂົ້າຮ່ວມເວທີປາໄສ ກ່ຽວກັບການເງິນສີຂຽວ ແລະ ພັດທະນາແບບຍືນຍົງຢູ່ ສະວິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ແລະ ຄະນະປະຕິບັດງານ ຫວຽດນາມ ເຂົ້າຮ່ວມການສົນທະນາຄັ້ງຕ່າງໆ
(ພາບ:VGP/Hải Minh)

ຕອນຄ່ຳວັນທີ 16 ມັງກອນ, ຕາມເວລາທ້ອງຖິ່ນ, ໃນຂອບເຂດກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 53 ຢູ່ Davos, ປະເທດ ສະວິດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ສົນທະນາກັບບັນດາກຸ່ມບໍລິສັດ/ກອງທຶນ ກ່ຽວກັບການຫັນເປັນດີຈີຕອນ, ເລີ່ມຕົ້ນທຸລະກິດປະດິດຄິດສ້າງ, ການເງິນສີຂຽວ ແລະ ພັດທະນາແບບຍືນຍົງ.

        ກ່າວຄຳເຫັນທີ່ການສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮ່ົງຮ່າ ເນັ້ນໜັກວ່າ: ດ້ວຍການກຳນົດເສດຖະກິດສີຂຽວ, ການຫັນເປັນສີຂຽວແມ່ນກຳລັງໜູນເຕີບໂຕທີ່ສຳຄັນໄລຍະຍາວ, ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍຂັ້ນຕອນປັບປຸງ; ເພີ່ມເຕີບກອບນິຕິກຳເພື່ອລະດົມແຫຼ່ງການເງິນສີຂຽວ; ເຕັກໂນໂລຊີສີຂຽວ ແລະ ສົ່ງເສີມການເຄື່ອນໄຫວຜະລິດ ແລະ ລົງທຶນສີຂຽວ, ປະຕິບັດການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ, ຫັນປ່ຽນພື້ນຖານເສດຖະກິດຮອບວຽນ, ປ່ອຍກາກບອນຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ