WEF ASEAN2018: ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ2018ປະສົບຜົນສຳເລັດຢ່າງຈົບງາມ

(VOVWORLD) -ຕອນບ່າຍວັນທີ 13 ກັນຍາ ຢູ່ ຫໍປະຊຸມແຫ່ງຊາດ, ທ່ານ Borge Brende ປະທານເວທີປາໄສເສດຖະກິດໂລກ (WEF) ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ, ຫົວຫນ້າຄະນະຈັດຕັ້ງກອງປະຊຸມ ເປັນປະທານຮ່ວມການປະຊຸມຂ່າວເພື່ອແຈ້ງ ວ່າ ກອງປະຊຸມ WEF ປະສົບຜົນສຳເລັດຢ່າງຈົບງາມ.
WEF ASEAN2018: ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ2018ປະສົບຜົນສຳເລັດຢ່າງຈົບງາມ - ảnh 1 ທ່ານ ບູ່ຍແທງເຊີນ ແລະ ທ່ານ Borge Brende ທີ່ການປະຊຸມຂ່າວ

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Borge Brende  ປະທານເວທີປາໄສເສດຖະກິດໂລກ ຕີລາຄາສູງການຮ່ວມມືຂອງຫວຽດນາມ ເວົ້າສະເພາະ ແລະ ພາກພື້ນ ອາຊຽນ ເວົ້າລວມ ຕໍ່ກັບເວທີປາໄສເສດຖະກິດໂລກໃນໄລຍະຜ່ານມາ ແລະ ຂອບໃຈການຫນູນຊ່ວຍຕັ້ງຫນ້າ, ເປັນເຈົ້າການ ຈາກຝ່າຍຫວຽດນາມ.  ທ່ານ Borge Brende  ເນັ້ນຫນັກວ່າ: ອາຊຽນ ແມ່ນພາກພື້ນ ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕີບໂຕຢ່າງວ່ອງໄວເມື່ອທຽບໃສ່ພາກພື້ນອື່ນໃນໂລກ. ພິເສດ ຫວຽດນາມ ໄດ້ຮັກສາລະດັບເຕີບໂຕດີທີ່ສຸດ ດ້ວຍຕົວເລກຫນ້າປະທັບໃຈ. ນີ້ແມ່ໄລຍະທາງມີຄວາມໝາຍຂອງຫວຽດນາມ ໃນວິວັດການສູ້ຊົນບັນລຸຜົນງານກ່ຽວກັບການຫລຸດຜ່ອນຄວາມທຸກຍາກ ກາຍເປັນຈຸດນັດພົບດີງາມກ່ຽວກັບການລົງທຶນຕ່າງປະເທດ. ທ່ານຮອງລັດຖະມົນຕີ ບູ່ຍແທງເຊີນ ໃຫ້ຮູ້ວ່າ: ໃນ 27 ປີແຫ່ງການຈັດຕັ້ງ ກອງປະຊຸມຂອງ   WEF ກ່ຽວກັບພາກພື້ນ ອາຊຽນ ແລະ ອາຊີຕາເວັນອອກ, WEF ASEAN 2018 ແມ່ນກອງປະຊຸມປະສົບຜົນສຳເລັດທີ່ສຸດໃນຫລາຍແງ່ມູມ.  ເນື້ອໃນກອງປະຊຸມແມ່ນສອດຄ່ອງກັບບັນດາປະເທດ ອາຊຽນ ແລະຫວຽດນາມ ໃນສະພາບການບັນດາປະເທດລ້ວນແຕ່ຕ້ອງບືນຕົວຂຶ້ນໃນການປະຕິວັດອຸດສາຫະກຳ 4.0 ຖ້າຫາກບໍ່ຢາກປະໄວ້ຢູ່ທາງຫລັງ. ພອ້ມກັນນັ້ນ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ພວມໃນວິວັດການສ້າງປະຊາຄົມສະຫນິດຕິດພັນ, ສາມັກຄີ, ວັດທະນາຖາວອນ, ໝັ້ນຄົງ, ເລື່ອງຈັດຕັ້ງກອງປະຊຸມໄດ້ດຶງດູດຄວາມສົນໃຈຈາກປະຊາຄົມວິສາຫະກິດເປັນຈຳນວນຫລາຍ ແລະ ລັດຖະບານບັນດາປະເທດ. ການນຳຂັ້ນສູງ 9 ທ່ານຂອງບັນດາປະເທດ ອາຊຽນ ກໍຄືນອກພາກພື້ນ ມາເຂົ້າຮ່ວມ, ມີກວ່າ 1000 ວິສາຫະກິດແຖວຫນ້າຂອງໂລກ, ສະມາຊິກ ຂອງ WEF. ຕາມທ່ານ ບູ່ຍແທງເຊີນແລ້ວ, ມີ 7890 ບົດຂຽນໃຫ້ຂ່າວກ່ຽວກັບກອງປະຊຸມ WEF ASEAN 2018.

ຕອບກັບ

ຂ່າວ/ບົດ​ອື່ນ