WFP ກ່າວ​ເຕືອນ ງົບ​ປະ​ມານ​ຖືກ​ຈຳ​ກັດ ອາດ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ 24 ລ້ານ​ຄົນ ຕົກ​ເຂົ້າ​ສູ່​ສະ​ພາບ​ອຶດ​ຫີວຕື່ມ​ອີກ

(VOVWORLD) - WFP ພວມພະຍາຍາມຕອບສະໜອງຄວາມຕ້ອງການຊ່ວຍເຫຼືອດ້ານສະບຽງອາຫານ ທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ ໃນຂະນະທີ່ຕ້ອງປະເຊີນໜ້າກັບສະພາບການຂາດແຄນງົບປະມານ ເຖິງກວ່າ 60% ໃນປີນີ້, ເຊິ່ງເປັນລະດັບຂາດງົບປະມານທີ່ສູງສຸດໃນປະຫວັດສາດ.
WFP ກ່າວ​ເຕືອນ ງົບ​ປະ​ມານ​ຖືກ​ຈຳ​ກັດ ອາດ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ 24 ລ້ານ​ຄົນ ຕົກ​ເຂົ້າ​ສູ່​ສະ​ພາບ​ອຶດ​ຫີວຕື່ມ​ອີກ - ảnh 1ເດັກໆລຽນແຖວຖ້າຮັບທັນຍາຫານຊ່ວຍເຫຼືອຢູ່ຄ້າຍລີ້ໄພຢູ່  Aleppo, ຊີຣີ (ພາບ: AFP/TTXVN)

ໃນວັນທີ 12 ກັນຍາ, ໂຄງການທັນຍາຫານໂລກ (WFP)  ໃຫ້ຮູ້ວ່າ ອົງການນີ້ ພວມພະຍາຍາມຕອບສະໜອງຄວາມຕ້ອງການຊ່ວຍເຫຼືອດ້ານສະບຽງອາຫານ ທີ່ນັບມື້ນັບເພີ່ມຂຶ້ນໃນທົ່ວໂລກ ໃນຂະນະທີ່ຕ້ອງປະເຊີນໜ້າກັບສະພາບການຂາດແຄນງົບປະມານ ເຖິງກວ່າ 60% ໃນປີນີ້, ເຊິ່ງເປັນລະດັບຂາດງົບປະມານທີ່ສູງສຸດໃນປະຫວັດສາດ.

        ເລື່ອງງົບປະມານຖືກຫຼຸດລົງ ໄດ້ເຮັດໃຫ້ອົງການນີ້ຕ້ອງຮັດແຄບຂອບຂະໜາດຂອງການເຄື່ອນໄຫວຈຳນວນຫຼາຍ. ຕາມການຄິດໄລ່ຂອງ WFP ແລ້ວ, ການຕັດງົບປະມານຊ່ວຍເຫຼືອດ້ານສະບຽງອາຫານ 1%  ຈະເຮັດໃຫ້ກວ່າ 400.000 ຄົນ ມີຄວາມສ່ຽງຕົກເຂົ້າສູ່ສະພາບອຶດຫີວຢ່າງຮ້າຍແຮງ. ໃນຕໍ່ໜ້າ, ດ້ວຍລະດັບການຫຼຸດຜ່ອນນີ້ ຈະເຮັດໃຫ້ປະຊາຊົນຕື່ມອີກ 24 ລ້ານຄົນຕົກເຂົ້າສູ່ສະພາບອຶດຫີວຢ່າງຮ້າຍແຮງ ໃນ 12 ເດືອນຈະມາເຖິງ, ເຊິ່ງເພີ່ມຂຶ້ນ 50% ເມື່ອທຽບໃສ່ລະດັບປັດຈຸບັນ.

        ປັດຈຸບັນ, WFP ໃຫ້ຮູ້ວ່າ ອົງການນີ້ ຕ້ອງຫຼຸດຜ່ອນການເຄື່ອນໄຫວລົງເຄິ່ງໜຶ່ງ, ເຊິ່ງລວມທັງຈຸດຮ້ອນຄື: ອາບການິດສະຖານ, ບັງກະເລເທດ, ໄຮຕີ, ຊີຣີ ແລະ ໂຊມາລີ.

ຕອບກັບ

ຂ່າວ/ບົດ​ອື່ນ