WFPປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືອັນຍາວນານກັບ ຫວຽດນາມ

WFPປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືອັນຍາວນານກັບ ຫວຽດນາມ - ảnh 1
ທ່ານ​ນາງ Ertharin Cousin ແລະ ທ່ານ ກາວ​ຈີ໋ງທ້ຽນ ​
(ພາບ: vietnam+)

(vovworld) – ​ ​ໂຄງການ​ສະບຽງ​ອາຫານ​ໂລກ​ຂອງ​ສະຫະ​ປະຊາ​ຊາດ (WFP) ປາດ​ຖະໜາຢາກ​ເພີ່ມ​ທະວີການ​ພົວພັນ​ຮ່ວມ​ມື​ອັນ​ຍາວ​ນານ​ກັບ ຫວຽດນາມ. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງ​ ​ໂດຍທ່ານ​ນາງ Ertharin Cousin ຜູ້​ອຳນວຍ​ການ​ບໍລິຫານ WFP ຍົກ​ມາ​ທີ່​ການ​ຕ້ອນຮັບ​ທ່ານ ກາວ​ຈີ໋ງທ້ຽນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ໃນ​ວັນ​ທີ 12/02 ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານເອກ​ອັກຄະ​ລັດຖະທູດ​ຍືນ​ສານ​ຕາ​ຕັ້ງ ​ແລະ ກາຍ​ເປັນ​ຜູ້ຕາງໜ້າ​ຂອງ ຫວຽດນາມ ປະຈຳ WFP ຢ່າງ​ເປັນ​ທາງ​ການ, ອົງການນີ້​ມີ​ສຳ​ນັກງານຕັ້ງ​ຢູ່​ນະຄອນຫລວງ Roma (ອີ​ຕາ​ລີ). ​ເມື່ອ​ແລກປ່ຽນ​ກັບ​ທ່າ​ນ​ເອກ​ອັກຄະ​ລັດຖະທູດ ກາວ​ຈີ໋ງທ້ຽນ ທ່ານ​ນາງ Cousin ປາດ​ຖະໜາ​ວ່າ: 2 ຝ່າຍຈະ​ບັນລຸ​ໄດ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ຍາວ​ນານ. WFP ປາດ​ຖະໜາວ່າ: ຫວຽດນາມ ຈະປະກອບສ່ວ​ນ​ຫລາຍ​ກ່ວາ​ອີກ ເຂົ້າ​ການວາງ​ແຜນ​ນະ​ໂຍບາຍ, ທິດ​ທາງ​ຂອງ WFP, ສະໜອງ​​ແຫຼ່ງກຳລັງ ​ແລະ ​ແບ່ງ​ປັນ​ບົດຮຽນ​ຂອງ ຫວຽດນາມ ​ໃນ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອຂອງ WFP ​ໃນ​ເມື່ອ​ກ່ອນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ WFP ຢູ່​ປະ​ເທດ​ຕ່າງ​ໆ​​ໃນປະຈຸ​ບັນ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​ຈີ໋ງທ້ຽນ ຢືນຢັນ​ວ່າ: ທັດສະນະ​ຂອງ​ລັດຖະບານ ຫວຽດນາມ ​ແມ່ນປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່​ຈະເຂົ້າ​ຮ່ວມ​​ບັນດາ​ການ​ເຄື່ອນ​ໄຫວ​ຂອງສະຫະ​ປະຊາ​ຊາດ ​ແລະ ປະຊາ​ຄົມ​ສາກົນຢ່າງມີ​ຄວາມ​ຮັບຜິດຊອບ, ພິ​ເສດ​ແມ່ນ​ບັນດານ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ບົນ​ພື້ນຖານ​ເງື່ອນ​ໄຂ ​ແລະ ຄວາມ​ສາມາດ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ