WHO ກະຕຸກຊຸກຍູ້ບັນດາປະເທດເຊັນຂໍ້ຕົກລົງທົ່ວໂລກກ່ຽວກັບໂລກລະບາດໂດຍໄວ

(VOVWORLD) - ຕາມທ່ານ Tedros ແລ້ວ, ວິວັດການເຈລະຈາປະສົບກັບຄວາມຫຍຸ້ງຍາກຍ້ອນລັກສະນະສັບສົນດ້ານເຕັກນິກ, ນິຕິກຳ ແລະ ການເມືອງ, ໄປຄຽງຄູ່ກັບກອບກຳນົດເວລາສັ້ນໆ.
WHO ກະຕຸກຊຸກຍູ້ບັນດາປະເທດເຊັນຂໍ້ຕົກລົງທົ່ວໂລກກ່ຽວກັບໂລກລະບາດໂດຍໄວ - ảnh 1ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO
(ພາບ:Salvatore Di Nolfi/AP)

ຜູ້ນຳອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງບັນດາປະເທດຍູ້ໄວຄວາມຄືບໜ້າການເຈລະຈາ ແລະ ບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະບາດລ້ຽວ ກ່ຽວກັບການປ້ອງກັນ ແລະ ຮັບມືກັບໂລກລະບາດໃນອະນາຄົດ. ກ່າວຄຳເຫັນໄຂກອງປະຊຸມການແພດໂລກ (WHA) ຢູ່ເຊີແນວ, ປະເທດສະວິດ, ໃນວັນທີ 27 ພຶດສະພາ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO ສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງຈະໄດ້ຮັບການລົງນາມໂດຍໄວພາຍຫຼັງບັນດາການເຈລະຈາບໍ່ບັນລຸຜົນສຳເລັດຕາມລັງເວລາກຳນົດພາຍຫຼັງ 2 ປີເຄິ່ງເຈລະຈາ. ຕາມທ່ານ Tedros ແລ້ວ, ວິວັດການເຈລະຈາປະສົບກັບຄວາມຫຍຸ້ງຍາກຍ້ອນລັກສະນະສັບສົນດ້ານເຕັກນິກ, ນິຕິກຳ ແລະ ການເມືອງ, ໄປຄຽງຄູ່ກັບກອບກຳນົດເວລາສັ້ນໆ. ທ່ານເນັ້ນໜັກວ່າ: ເຖິງວ່າຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ, ແຕ່ບັນດາປະເທດລ້ວນແຕ່ສະແດງຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈສ້າງຂໍ້ຕົກລົງກ່ຽວກັບການຮັບມືກັບໂລກລະບາດໃນອະນາຄົດ.

        ຄາດວ່າ, ໃນ 6 ວັນດຳເນີນກອງປະຊຸມ (ຮອດວັນທີ 1 ມິຖຸນາ), ບັນດານັກເຈລະຈາຈະນຳສະເໜີໝາກຜົນຂອງການເຈລະຈາ ກ່ຽວກັບຂໍ້ຕົກລົງນີ້ຕໍ່ WHA, ເຫດການມີການເຂົ້າຮ່ວມຂອງ 194 ປະເທດສະມາຊິກ WHO.

ຕອບກັບ

ຂ່າວ/ບົດ​ອື່ນ